(vovworld) – ວັນທີ 2/7, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel, ຢືນຢັນວ່າ: ປະເທດນີ້ຈະສືບຕໍ່ມານະພະຍາຍາມໃນການຊອກຫາມາດຕະການທາງການທູດ ເພື່ອແກ້ໄຂວິກິດການຢູ່ ຢູແກຼນ ໃນປະຈຸບັນ. ຖະແຫຼງການຂອງທ່ານນາງ Merkel ໄດ້ຍົກອອກມາໃນການປະຊຸມຂ່າວຮ່ວມກັບທ່ານເລຂາທິການໃຫຍ່ NATO Anders Fogh Rasmussen. ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ ເສຍດາຍຕໍ່ເລື່ອງຄຳສັ່ງຢຸດຍິງໂດຍທ່ານປະທານາທິບໍດີ ຢູແກຼນ Petro Poroshenko ປະກາດທີ່ແກ່ຍາວເປັນເວລາ 10 ວັນຜ່ານມາບໍ່ທັນບັນລຸໄດ້ປະສິດທິຜົນທີ່ຈຳເປັນເພື່ອຢຸດຕິການໃຊ້ຄວາມຮຸນແຮງຢູ່ພາກຕາເວັນອອກຂອງປະເທດນີ້, ທ່ານນາງຢືນຢັນວ່າຈະຊອກຫາບັນດາມາດຕະການທາງການທູດເພື່ອແກ້ໄຂວິກິດການຢູ່ ຢູແກຼນ ໃນຂະນະທີ່ຍັງມີຄວາມສາມາດລົງໂທດ ລັດເຊຍ.
ແລະກໍ່ໃນວັນດຽວກັນ, ກ່ອນການພົບປະກັບລັດຖະມົນຕີການຕ່າງປະເທດ ລັດເຊຍ, ຝຣັ່ງ, ຢູແກຼນ ຢູ່ນະຄອນຫຼວງ Berlin, ທ່ານລັດຖະມົນຕີການຕ່າງປະເທດ ເຢຍລະມັນ Frank – Walter Steinmeier ຢືນຢັນວ່າ: ຄຳສັ່ງຢຸດຍິງຢ່າງແທ້ຈິງແມ່ນເງື່ອນໄຂເພື່ອເລີ່ມຕົ້ນບັນດາການເຈລະຈາ ແລະ ເລື່ອງລັດຖະມົນຕີການຕ່າງປະເທດ ລັດເຊຍ ແລະ ຢູແກຼນ ເຫັນດີເຫັນພ້ອມເຂົ້າຮ່ວມການພົບປະຢູ່ Berlin ແມ່ນ “ສັນຍານສຳຄັນ”, ບັນດາຝ່າຍຕ້ອງກຳແໜ້ນໂອກາດນີ້ເພື່ອແນໃສ່ສະກັດກັ້ນບໍ່ໃຫ້ການໃຊ້ຄວາມຮຸນແຮງປີນຂັ້ນໄດຢູ່ພາກຕາເວັນອອກຢູແກຼນ.