ປະຊາຄົມໂລກໃຫ້ຄຳໝັ້ນສັນຍາຊ່ວຍເຫລືອຈຳນວນເງິນ6ຕື້USDໃຫ້ແກ່ຊີຣີ

ປະຊາຄົມໂລກໃຫ້ຄຳໝັ້ນສັນຍາຊ່ວຍເຫລືອຈຳນວນເງິນ6ຕື້USDໃຫ້ແກ່ຊີຣີ - ảnh 1
ຊາວ​ຊີ​ຣີ ອອກ​ຈາກ​ບ້ານ​ເກີດ​ເມືອງນອນ​ຍ້ອນ​ສົງ​ຄາມ
ພາບ:TTXVN

(vovworld)- ວັນ​ທີ 5/4, ທີ່ “ກອງ​ປະ​ຊຸມ​ສະ​ຫ​ນັບ​ສະ​ຫ​ນູນ​ອະ​ນາ​ຄົດ ຊີ​ຣີ ແລະ ພາກ​ພື້ນ” ດຳ​ເນີນ​ໄປ​ຢູ່ ບ​ຣຸກ​ແຊ​ນ ປະ​ເທດ ແບນ​ຊີກ, ​ທ່ານ Christos Styliandides, ​ກຳ​ມະ​ການ ເອີ​ລົບ ຮັບ​ຜິດ​ຊອບ​ການ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ ໄດ້​ຖະ​ແຫລງວ່າ ກອງ​ປະ​ຊຸມ​ໄດ້​ຮັບ​ຈຳ​ນວນ​ເງິນ 6 ຕື້ USD ຈາກ​ບັນ​ດາ​ນັກ​ອຸ​ປະ​ຖຳ ​ທີ່​ສະ​ຫງ​ວນ​ໃຫ້ສ​ະ​ເພາະປີນີ້, ໃນ​ນັ້ນ ສະ​ຫະ​ພາບ​ເອີ​ລົບ (EU), ຊື່ງ​ແມ່ນ​ນັກ​ອຸ​ປະ​ຖຳ​ມະ​ນຸດ​ສະ​ທຳ​ໃຫ​ຍ່​ສຸດ​ໃຫ້​ແກ່​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ການ​ປະ​ທະ​ກັນ​ຢູ່ ຊີ​ຣີ ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ຈະ​ຊ່ວຍ​ເຫລືອ 1,3 ຕື້ USDໃຫ້​ປີ 2017. ນອກ​ຈາກ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ​ແລ້ວ, ກອງ​ປະ​ຊຸມ​ຢູ່ ບ​ຣຸກ​ແຊ​ນ ຍັງ​ຍົກ​ອອກ​ບັນ​ດາ​ເນື້ອ​ໃນ​ຄາດ​ວ່າ​ກະ​ກຽມ​ໃຫ້​ແກ່​ກິດ​ຈະ​ການ​ສ້າງ​ຕັ້ງ ຊີ​ຣີ ຄືນ​ໃຫມ່ ພາຍ​ໃຕ້​ການ​ປົກ​ປ້ອງ​ຂອງ​ປະ​ຊາ​ຄົມ​ໂລກ​ໃນ​ກໍ​ລະ​ນີ​ບັນ​ລຸ​ໄດ້​ສັນ​ຕິ​ພາບ​ຢູ່​ປະ​ເທດນີ້. ກອງ​ປະ​ຊຸມ​ຢູ່ ບ​ຣຸກ​ແຊນ ກໍ່​ໄດ້​ຮຽກ​ຮ້ອງ​ປະ​ຊາ​ຄົມ​ໂລກ​ພ້ອມ​ກັນ​ສົມ​ທົບ​ກັນ​ກະ​ທຳ, ສ້າງ​ກາ​ລະ​ໂອ​ກາດ​ກ່ຽວ​ກັບ​ການ​ສຶກ​ສາ ແລະ ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຊາວ​ອົບ​ພະ​ຍົບເພື່ອ​ໃຫ້​ເຂົາ​ເຈົ້າ​ສາ​ມາດ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຮັບ​ເອົາຊາວ​ອົບ​ພະ​ຍົບ ແລະ ສະ​ຫ​ນັບ​ສະ​ຫ​ນູນ​ໃຫ້​ແກ່​ວິ​ວັດ​ການ​ສັນ​ຕິ​ພາບ​ຢູ່ ຊີ​ຣີ.


ຕອບກັບ

ຂ່າວ/ບົດ​ອື່ນ