ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ທີ່ກອງປະຊຸມ
(ພາບ: ສຳນັກຂ່າວສານ ຫວຽດນາມ)
|
(vovworld) - ຕອນບ່າຍວັນທີ 23/1, ອົງການປະກັນສັງຄົມ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມລາຍງານໝາກຜົນແຫ່ງການຜັນຂະຫຍາຍລະບົບຂໍ້ມູນຂ່າວສານຕິດຕາມກວດກາການປະກັນສຸຂະພາບ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ໄດ້ຕີລາຄາສູງບັນດາໝາກຜົນທີ່ຂະແໜງປະກັນສັງຄົມ ບັນລຸໄດ້, ຮັບຮູ້ບັນດາຄວາມມານະພະຍາຍາມຂອງຂະແໜງການແພດໃນໄລຍະຜ່ານມາ. ເປັນຄັ້ງທຳອິດ, ທີ່ອົງການປະກັນສັງຄົມ ຫວຽດນາມ ໄດ້ເຊື່ອມຕໍ່ບັນດາຂໍ້ມູນຂ່າວສານຈາກຮາກຖານສາທາລະນະສຸກກ່ວາ 12.000 ແຫ່ງ. ນີ້ແມ່ນເຫດການທີ່ເປັນຂີດໝາຍບາດກ້າວປ່ຽນແປງໂດຍພື້ນຖານຂອງອົງການປະກັນສັງຄົມ ແລະ ຂະແໜງການແພດ. ທ່ານຮອງນາຍົກລັດຖະມົນຕີ ສະເໜີວ່າ ອົງການປະກັນສັງຄົມ ແລະ ກະຊວງສາທາລະນະສຸກ ຕ້ອງສົມທົບກັນຢ່າງແໜ້ນແຟ້ນກ່ວາອີກເຂົ້າໃນການຜັນຂະຫຍາຍລະບົບຂໍ້ມູນຂ່າວສານຕິດຕາມກວດກາການປະກັນສຸຂະພາບທົ່ວປະເທດ ເພື່ອໃຫ້ປະຊາຊົນກ່ວາ 90 ລ້ານຄົນລ້ວນແຕ່ໄດ້ຮັບການກວດສຸຂະພາບ ປະຈຳໄລຍະ.