ປະຊາຊົນຈົ່ງເຊື່ອໝັ້ນຕໍ່ນະໂຍບາຍເງິນຕາຂອງທະນາຄານແຫ່ງລັດ

ປະຊາຊົນຈົ່ງເຊື່ອໝັ້ນຕໍ່ນະໂຍບາຍເງິນຕາຂອງທະນາຄານແຫ່ງລັດ - ảnh 1
ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ຫວຽດນາມ ຫງວຽນ​ວັນ​ບິ່ງ
(ພາບ: chinhphu.vn)


(vovworld) – ​ໃນ​ລາຍການ “ປະຊາຊົນ​ຖາມ ລັດຖະມົນຕີ​ຕອບ​” ອາທິດ​ຜ່ານ​ມາ​​ເຊິ່ງໄດ້​ຖ່າຍ​ທອດ​ໃນ​ໂທລະພາບ​ຫວຽດນາມ, ​ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ຫວຽດນາມ ຫງວຽນ​ວັນ​ບິ່ງ ​ໃຫ້ຮູ້​ວ່າ: ​ແນວທາງ​ໃນ​ນະ​ໂຍບາຍ​ເງິນຕາ​ຂອງ​ທະນາຄານ​ແຫ່ງ​ລັດ​ແຕ່​ຕົ້ນ​ອາຍຸ​ການ​ ຮອດ​ທ້າຍ​ອະ​ຍຸ​ການ ​ແລະ ​ໃນຊຸມ​ປີ​ຕໍ່​ໄປ​ແມ່ນ​ຮັກສາ​ມຸນ​ຄ່າ​ເງິນ​ດົ່ງຂອງ ຫວຽດນາມ ​ແລະ ຍົກ​ສູງ​ທີ່​ຕັ້ງ​​ຂອງ​ສະກຸນ​ເງິນດົ່ງ ຫວຽດນາມ ​ໃນ​ການ​ລົງທຶນ​ເຂົ້າຂົງ​ເຂດ​ຕ່າງໆ.

    ຜູ້​ວ່າການທະນາຄານ​ແຫ່ງ​ລັດ ຫງວຽນ​ວັນ​ບີ່​ງ ກໍ່​ໃຫ້​ຮູ້​​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ລະບົບ​ທະນາຄານ​ແຫ່ງ​ລັດ​ຄືນ​ໃໝ່ ​​ເຊິ່ງ​ລັດຖະບານ​ໄດ້​ຮັບຮອງ​ເອົາ​​ໃຫ້ໄລຍະ​ແຕ່​ນີ້​ຮອດ​ປີ 2020. ຕາມ​ນັ້ນ​ແລ້ວ, ໜ້າ​ທີ່​ຂອງ​ການ​ສ້າງ​ໂຄງ​ປະກອບ​ລະບົບ​ທະນາ​ຄານ​​ໃນ​ປີ 2013 ​ແມ່ນ​ແກ້​ໄຂ​ບັນດາ​ທະນາຄານ​ອ່ອນ​ດ້ອຍ​ທີ່​ສຸດ​ຢ່າງ​ເ​ດັດ​ຂາດ ​ແລະ ມາ​ຮອດ​ປະຈຸ​ບັນ, ​​ແກ້​ໄຂ​ໄດ້ 9 ທະນາຄາ​ນອ່ອນ​ດ້ອຍ​ທີ່​ສຸດ​ໃນ​ທົ່ວ​ລະບົບ.

    ປີ 2013, ຄາ​ດວ່າ, ດັດ​ຊະນີ CPI ຂອງ ຫວຽດນາມ ຢູ່​ໃນ​ລະດັບ 6,2 - 6,5%. ນີ້​ແມ່ນ​ລະດັບ​ເງີ​ນ​ເຟີ້​ຕຳ່​ສຸດ​ໃນ​ຮອບ​ເວລາ 10 ປີຜ່າ​ນມາ. ຍາດ​​ໄດ້ໝາກຜົນ​ນີ້​ແມ່ນ​ຍ້ອນ​ມີ​ຄວາມເດັດ​ດຽວ​ໃນ​ການ​ບໍລິຫານ​ນະ​ໂຍບາຍ​ເງິນຕາ​ມະຫາ​ພາກ, ພິ​ເສດ​ແມ່ນ​ນະ​ໂຍບາຍ​ເງິນຕາ​ທະນາຄານ.

 


ຂ່າວ/ບົດ​ອື່ນ