(vovworld) - ຕອນເຊົ້າວັນທີ 19/12, ຢູ່ນະຄອນໂຮ່ຈິມິນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມກັບການນຳຂັ້ນສູງບັນດາອົງການສາສະໜາໃນທົ່ວປະເທດ 55 ຄົນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍ, ຖືກຕ້ອງຂອງພັກ ແລະ ລັດກ່ຽວກັບການເຊື່ອຖືສາສະໜາ, ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາສາສະໜາດຳລົງຊີວິດສັນຕິພາບໃນປະຊາຄົມບັນດາເຜົ່າຫວຽດນາມ, ປະກອບສ່ວນສ້າງສາປະເທດຊາດໃຫ້ນັບມື້ນັບຮັ່ງມີ, ສວຍງາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ.
“ບັນດາອົງການຈັດຕັ້ງສາສະໜາ, ບັນດາຜູ້ມີຍົດສັກຕຳແໜ່ງທາງສາສະໜາ ຍາມໃດກໍຕັ້ງໜ້າສະໜັບສະໜູນບັນດາຂະບວນການແຂ່ງຂັນຮັກຊາດ, ຂົນຂວາຍຜູ້ເຊື່ອຖືສາສະໜາ, ມະຫາຊົນປະຕິບັດແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ. ຕັ້ງໜ້າເຂົ້າຮ່ວມການອອກແຮງງານທຳການຜະລິດ, ການພັດທະນາເສດຖະກິດ, ສັງຄົມ. ປະຕິບັດບັນດາການເຄື່ອນໄຫວໃຈບຸນໃຈກູ້ສົນເປັນຢ່າງດີ, ປະກອບສ່ວນຢ່າງແທ້ຈິງເຂົ້າໃນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ປ້ອງກັນ, ຕ້ານໄພສັງຄົມ, ປະກອບສ່ວນຮັບປະກັນຄວາມປອດໄພທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດປະຊາຊົນເຊື່ອຖືສາສະໜາ”.