ພາບປະກອບ
(vovworld) - ຕອນເຊົ້າວັນທີ 27/2, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ພ້ອມກັບຄະນະປະຕິບັດງານຂອງຄະນະກຳມະການຮຽບຮຽງລັດຖະທຳມະນຸນປີ 1992 ສະບັບປັບປຸງ ໄດ້ເຮັດວຽກກັບນະຄອນ ຮ່າໂນ້ຍ ກ່ຽວກັບວຽກງານຈັດຕັ້ງການຮັບເອົາຄຳເຫັນຂອງປະຊາຊົນ ທີ່ປະກອບໃຫ້ຮ່າງລັດຖະທຳມະນຸນປີ 1992 ສະບັບປັບປຸງ. ເພື່ອເຮັດໃຫ້ການຮັບເອົາຄຳເຫັນບັນລຸປະສິດທິຜົນສູງກວ່າ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ເນັ້ນໜັກວ່າ:
“ນະຄອນຫຼວງຮ່າໂນ້ຍ ຄວນເສີມຂະຫຍາຍບັນດາບົດຮຽນທີ່ຖອດຖອນມາໄດ້, ແລະ ຮັບເອົາຄຳເຫັນຢ່າງເລິກເຊິ່ງ ແລະກວ້າງຂວາງທີ່ກ່ຽວຂ້ອງເຖິງທຸກເປົ້າໝາຍ. ແລະ ຕ້ອງຈັດກອງປະຊຸມຢ່າງກວ້າງຂວາງກວ່າ, ເພື່ອຮັບເອົາຄຳເຫັນຍິ່ງຫຼາຍກໍ່ຍິ່ງດີ, ຈາກນັ້ນສາມາດຈົດເອົາບັນດາບັນຫາສຳຄັນ ເຊິ່ງຜູ້ແທນ, ປະຊາຊົນໄດ້ປະກອບໃຫ້“
ຕອນເຊົ້າວັນທີ 27/2, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈັດຕັ້ງກອງປະຊຸມຮັບເອົາຄຳເຫັນບັນດາອົງການສະມາຊິກ ແລະ ບາງອົງການສັງຄົມ ທີ່ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ທີ່ກອງປະຊຸມ, ທ່ານ ສາດສະດາຈານ, ດຣ ຫງວຽນເລີນຢູ້ງ, ໄດ້ປະກອບ 5 ຄຳເຫັນໃສ່ຮ່າງລັດຖະທຳມະນູນ ປີ 1992 ສະບັບປັບປຸງ ແລະ ຖືວ່າ: ມາດຕາທີ 4 ໃນຮ່າງລັດຖະທຳມະນູນ ຄັ້ງນີ້ໄດ້ເພີ່ມເຕີມ 2 ຕອນສຳຄັນທີ່ສຸດ. ນັ້ນແມ່ນ “ພັກຕິດພັນຢ່າງສະໜິດສະໜົມກັບປະຊາຊົນ, ຮັບໃຊ້ປະຊາຊົນ, ພາຍໃຕ້ການຕິດຕາມກວດກາຂອງປະຊາຊົນ, ຮັບຜິດຊອບຕໍ່ປະຊາຊົນກ່ຽວກັບບັນດາການຕັດສິນຂອງຕົນ”, ແລະ “ບັນດາອົງການຈັດຕັ້ງຂອງພັກ ແລະ ສະມາຊິກພັກ ເຄື່ອນໄຫວໃນຂອບເຂດຂອງລັດຖະທຳມະນູນ ແລະ ກົດໝາຍ”. ເມື່ອປະກອບຄຳເຫັນໃສ່ມາດຕາທີ 39, ທ່ານ ຫງວຽນບາຢວຽດ (Nguyen Ba Duyet), ຮອງປະທານສະມາຄົມກູ້ຊ່ວຍເດັກພິການ ຫວຽດນາມ ຖືວ່າ: ເມື່ອທຽບໃສ່ກັບມາດຕາ 64 ໃນປະຈຸບັນ, ຮ່າງລັດຖະທຳມະນູນ ປີ 1992 ສະບັບປັບປຸງ ໄດ້ຍົກເລີກຂໍ້ທີ 1 ແມ່ນ “ຄອບຄົວແມ່ນ ຈຸລັງຂອງສັງຄົມ”. ທ່ານ ຢວຽດ ສະເໜີຄວນຮັກສາໄວ້ ຍ້ອນວ່າຄອບຄົວແມ່ນພື້ນຖານຂອງສັງຄົມ ແລະ ຂອງປະເທດຊາດ ແລະ ເພື່ອສ້າງສັງຄົມສີວິໄລ, ພັດທະນາ ຕ້ອງສ້າງປັດໄຈຄອບຄົວ:
“ຮັກສາປະໂຫຍກນີ້ໄວ້ ເພື່ອກຳນົດວ່າ, ທຸກຄົນ, ທຸກອົງການ ໂດຍປະຊາຊົນສ້າງຕັ້ງຂຶ້ນລ້ວນແຕ່ມີຄວາມຮັບຜິດຊອບສຶກສາ, ຝຶກຝົນຫຼໍ່ຫຼອມ, ສ້າງຄອບຄົວໃຫ້ມີຄວາມອົບອຸ່ນ ມີຄວາມຜາສຸກ ຄືແນວນັ້ນມັນຈຶ່ງກາຍເປັນຈຸລັງຂອງສັງຄົມຢ່າງແທ້ຈິງ. ໂດຍສະເພາະແມ່ນໃນໄລຍະເຊື່ອມໂຍງເຂົ້າກັບສາກົນຄືປະຈຸບັນ, ບັນດາສິ່ງຫຍໍ້ທໍ້ທາງດ້ານເສດຖະກິດການຕະຫຼາດພວມສົ່ງຜົນສະທ້ອນບໍ່ດີເຖິງວິຖີຊີວິດ ແລະ ຄຸນສົບບັດຂອງແຕ່ລະຄອບຄົວ”
ທ່ານ ສາດສະດາຈານ, ດຣ ຫງວຽນເລີນຢູ້ງ, ໄດ້ປະກອບ 5 ຄຳເຫັນໃສ່ຮ່າງລັດຖະທຳມະນູນ ປີ 1992 ສະບັບປັບປຸງ
ແລະກໍ່ໃນວັນດຽວກັນ, ກຳມາທິການ ເສດຖະກິດຂອງ ສະພາແຫ່ງຊາດ ໄດ້ຈັດຕັ້ງກອງປະກອບຮັບເອົາຄຳເຫັນກ່ຽວກັບ ຮ່າງລັດຖະທຳມະນູນ ປີ 1992 ສະບັບປັບປຸງ, ໃນນັ້ນ ສຸມໃສ່ເຂົ້າບັນດາເນື້ອໃນທີ່ກ່ຽວຂ້ອງເຖິງເສດຖະກິດ, ທີ່ດິນ ແລະ ງົບປະມານຂອງລັດ.
ທີ່ກອງປະຊຸມປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ໂດຍຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈິມິນ ຈັດຕັ້ງຂຶ້ນໃນວັນທີ 26/2, ບັນດາຜູ້ແທນໄດ້ປະກອບຄຳເຫັນເຂົ້າໃນບັນດາເນື້ອໃນຂອງຂໍ້ມາດຕາ 21 ກ່ຽວກັບສິດມີຊີວິດ, ຂໍ້ມາດຕາ 68 ແລະ ຂໍ້ມາດຕາອື່ນກ່ຽວກັບບັນດາສິດປະຕິບັດຕາມຂໍ້ກຳນົດຂອງກົດໝາຍ, ຂໍ້ມາດຕາ 30 ກຳນົດວ່າ: ພົນລະເມືອງມີສິດລົງຄະແນນສຽງເມື່ອລັດຈັດຕັ້ງການລົງປະຊາມະຕິ. ນອກນັ້ນ ບັນດາຜູ້ແທນກໍເປັນເອກະພາບຄວນສືບຕໍ່ຢັ້ງຢືນບົດບາດນຳພາຂອງພັກເພື່ອຮັບປະກັນຄວາມຍຸຕິທຳສັງຄົມ ແລະ ສອດຄ່ອງກັບຄວາມມຸ່ງມາດປາດຖະຫນາຂອງທົ່ວປວງຊົນ. ສາດສະດາຈານ, ທ່ານໝໍ ເຈີນດົງອາ ຍົກຄຳເຫັນວ່າ:
“ຕາມຂ້າພະເຈົ້າແລ້ວ ໃນສະພາບປະຈຸບັນ, ລັດຖະທຳມະນູນຕ້ອງກຳນົດຢ່າງຈະແຈ້ງ ແລະ ຫັນກຳລັງແຮງຂອງລະບົບພວກເຮົາໃຫ້ປະກົດຜົນເປັນຈິງ ຊຶ່ງໄດ້ຮັບການຮັບຮູ້ຈາກສາກົນ, ຈາກການນຳພາຂອງພັກກອມມູນິດຕະຫລອດຮອດພື້ນຖານການເມືອງ. ເຮັດແນວນັ້ນ ຈຶ່ງເໝາະສົມກັບການປ່ຽນແປງຂອງປະເທດຊາດໃນສະພາບເຊື່ອມໂຍງເຂົ້າກັບສາກົນ ຂະນະທີ່ສະພາບການຂອງໂລກພວມຜັນແປໄປຢ່າງສັບສົນ.