ປະຊາຊົນອາເມລິກາ ນັບມື້ນັບບໍ່ພໍໃຈຕໍ່ ສະພາແຫ່ງຊາດ ແລະທຳນຽບຂາວ
(ພາບ: AFP-TTXVN)
(vovworld)- ເຖິງວ່າບັນລຸໄດ້ຂໍ້ຕົກລົງໃນນາທີສຸດທ້າຍໃນອາທິດກ່ອນເພື່ອຫລີກເວັ້ນໃຫ້ປະເທດອາເມລິກາ ຕ້ອງຕົກເຂົ້າສູ່ສະພາບລົ້ລະລາຍເປັນຄັ້ງທຳອິດໃນປະຫວັດສາດກໍ່ຕາມ ແຕ່ອັດຕາສ່ວນ ປຊຊ ອາເມລິກາ ມີຄວາມເສຍຫວັງ ແລະ ບໍ່ພໍໃຈຕໍ່ທັງສະພາແຫ່ງຊາດ ແລະ ທຳນຽບຂາວຍັງສືບຕໍ່ເພີ່ມຂຶ້ນຫຼາຍ. ໝາກຜົນການຢັ່ງຫາງສຽງລວມປະກາດເມື່ອວັນທີ 21/10 ຂອງໂທລະພາບ CNN ໃຫ້ຮູ້ວ່າ: ໃນຈຳນວນ ປຊຊ ອາເມລິກາ 1000 ຄົນຖືກຖາມ, ມີ 63% ຖືວ່າ: ຕ້ອງປ່ຽນແທນປະທານສະພາຕ່ຳອາເມລິກາ, ສະມາຊິກສະພາຕ່ຳສັງກັດພັກສາທາລະນະລັດ John Boehner. ສ່ວນໝາກຜົນການຢັ່ງຫາສຽງປະກາດໃນທ້າຍອາທິດຜ່ານມາຂອງອົງການ Pew Research ກໍ່ໃຫ້ຮູ້ວ່າ: ອັດຕາສ່ວນຜູ້ມີສິດເລືອກຕັ້ງອາເມລິກາ ສະໜັບສະໜູນປະທານາທິບໍດີ Barack Obama, ບັນດາສະມາຊິກລັດຖະສະພາສັງກັດພັກປະຊາທິປະໄຕກໍ່ຫລຸດລົງຢ່າງແຮງ.
ຕາມບັນດາຜູ້ຊ່ຽວຊານແລ້ວ, ແນ່ນອນວ່າ, ທ່າທີບໍ່ພໍໃຈດັ່ງກ່າວຂອງຜູ້ມີສິດເລືອກຕັ້ງອາເມລິກາ ຈະກໍ່ຄວາມກີດຂວາງຕໍ່ການເລືອກຕັ້ງກາງສະໄໝໃນປີ 2014. ບັນດາໝາກຜົນການຢັ່ງຫາງສຽງດັ່ງກ່າວໄດ້ຮັບການປະກາດໃນຂະນະທີ່ຝ່າຍສາທາລະນະລັດກຳລັງຖີ້ມໂທດໃສ່ກັນ ພາຍຫຼັງບັນດາສຳນັກງານລັດຖະບານແຫ່ງສະຫະລັດຖືກປິດປະຕູເປັນເວລາ 16 ວັນ./.