ປະຊາຊົນແຂວງ ຫາຍເຢືອງ ຄຶກຄື້ນມ່ວນຊື່ນກັບງານແຂ່ງຂັນກະໂພກດິນ
(VOVWORLD) - ກະໂພກດິນ ແມ່ນເກມລະຫຼີ້ນພື້ນເມືອງທີ່ມີມາແຕ່ດົນນານຢູ່ເຂດທົ່ງພຽງທາງພາກເໜືອ ຫວຽດນາມ. ຢູ່ ແຂວງ ຫາຍເຢືອງ, ໄລ່ມາຮອດປັດຈຸບັນ, ເກມຫຼີ້ນພື້ນເມືອງນີ້ ຍັງຖືກຮັກສາໄວ້ ແລະ ເສີມຂະຫຍາຍຢູ່ເມືອງ ນິງຢາງ, ເມືອງ ຢາລົກ ແລະ ຕຶ໋ກີ່.
ການນຳແຂວງ ຫາຍເຟືອງ ເປັນຄົນທຳອິດປະຕິບັດການແຂ່ງຂັນກະໂພກດິນ (ພາບ: TTXVN) |
ວັນທີ 25 ກຸມພາ, ງານແຂ່ງຂັນກະໂພກດິນ (ຟ໊າວເດິດ) ແຂວງ ຫາຍເຢືອງ ປີ 2024 ໄດ້ຈັດຂຶ້ນຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດ ໂກນເຊີນ - ກຽບບາກ (ນະຄອນ ຈີ໊ລິງ). ງານບຸນດັ່ງກ່າວໄດ້ເຕົ້າໂຮມຜູ້ເຂົ້າຮ່ວມການແຂ່ງຂັນ 210 ຄົນ ທີ່ມາຈາກ 7 ທິມ ຈາກເມືອງຕ່າງໆຂອງແຂວງຫາຍເຢືອງ.
ກະໂພກດິນ ແມ່ນເກມລະຫຼີ້ນພື້ນເມືອງທີ່ມີມາແຕ່ດົນນານຢູ່ເຂດທົ່ງພຽງທາງພາກເໜືອ ຫວຽດນາມ. ຢູ່ ແຂວງ ຫາຍເຢືອງ, ໄລ່ມາຮອດປັດຈຸບັນ, ເກມຫຼີ້ນພື້ນເມືອງນີ້ ຍັງຖືກຮັກສາໄວ້ ແລະ ເສີມຂະຫຍາຍຢູ່ເມືອງ ນິງຢາງ, ເມືອງ ຢາລົກ ແລະ ຕຶ໋ກີ່. ແຕ່ລະປີ, ນັບແຕ່ເດືອນຈຽງຮອດເດືອນ 4 ໄລ່ຕາມຈັນທະປະຕິທິນ, ຢູ່ຫຼາຍທ້ອງຖິ່ນໃນແຂວງ ຫາຍເຢືອງ ຈະຈັດງານແຂ່ງຂັນກະໂພກດິນ.