ປະຊາຊົນ ອີຢິບ ຈຳນວນສ່ວນຫຼາຍ ເຫັນດີເຫັນພ້ອມກັບຮ່າງລັດຖະທຳມະນູນ
ພາບປະກອບ
(vovworld) - ຕາມການສະຖິຕິໃນເບື້ອງຕົ້ນພາຍຫຼັງການປ່ອນບັດຄັ້ງສຸດທ້າຍຂອງການລົງປະຊາມະຕິກ່ຽວກັບຮ່າງລັດຖະທຳມະນູນເຊິ່ງຫາກໍໄດ້ຈັດຕັ້ງຂຶ້ນແລ້ວ: ປະຊາຊົນ ອີຢິບ ສ່ວນຫຼາຍໄດ້ເຫັນດີເຫັນພ້ອມກັບຮ່າງລັດຖະທຳມະນູນສະບັບນີ້. ຕາມການປະກາດໃນເວັບໄຊຂອງອົງການ ອ້າຍນ້ອງອິດສະລາມຢູ່ ອີຢິບ ແລ້ວ, ໃນການລົງປະຊາມະຕິທີ່ດຳເນີນເປັນ 2 ຄັ້ງນີ້, ມີ 64% ຈຳນວນຜູ້ມີສິດເລືອກຕັ້ງຂອງ ອີຢິບໄດ້ສະໜັບສະໜູນຮ່າງລັດຖະທຳມະນູນ. ໃນການປ່ອນບັດຄັ້ງທີ 2 ມີ 71,4% ຜູ້ມີສິດຕັ້ງຕັ້ງສະໜັບສະໜູນຮ່າງລັດຖະທຳມະນູນດັ່ງກ່າວ. ຕາມແຜນການແລ້ວ, ຄະນະກຳມະທິການເລືອກຕັ້ງສູງສຸດຂອງ ອີຢິບ ຈະປະກາດໝາກຜົນການລົງປະຊາມະຕິ 2 ຄັ້ງຢ່າງເປັນທາງການໃນວັນທີ 24/12 ຈະມາເຖິງ.