ປະຊາຊົນ 8 ລ້ານຄົນ ປະກອບຄຳເຫັນ ໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ

ປະຊາຊົນ 8 ລ້ານຄົນ ປະກອບຄຳເຫັນ ໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1

(ພາບ:vietnamplus.vn)

(vovworld)- ​ພາຍຫຼັງ​ເກືອບ 3 ​ເດືອນ​ແຫ່ງ​ການ​ຜັນ​ຂະຫຍາຍ​ການຮັບ​ເອົາ​ຄຳ​ເຫັນ​ຈາກ​ປະຊາຊົນ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ດ້ວຍ​ຄວາມ​ຕັດສິນ​ໃຈ​ສູງ​ຂອງ​ບັນດາ​ອົງການ​ຈັດຕັ້ງສະມາຊິກ, ​ແນວ​ໂຮມ​ປະ​ເທດ​ຊາດ​ຂັ້ນຕ່າງໆ ​ໄດ້​ຮັບເອົາ​ຄຳ​ເຫັນປະກອບ​ຈາກ 8 ລ້ານ​ຄົນ ​ ​ເຂົ້າ​ໃນ​ບັນດາເນື້ອ​ໃນ​ສຳຄັນ. ຕອບ​ສຳພາດ​ຕໍ່ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ທ່ານ​ຮິງ​ດາມ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽ​ດນາມ ຢືນຢັນ​ວ່າ​:

   “ອາ​ດ​ເວົ້າ​ໄດ້​ວ່າ, ນັບ​ແຕ່​ເມື່ອ​ປະ​ເທດ​ຊາດ​ໄດ້​ທ້ອນ​ໂຮມ​ເຂົ້າກັນເປັນ​ເອກະ​ພາບ ​ແລະ ຜ່ານ​ການ​ປັບປຸງ​ລັດຖະທຳ​ມະນູນ​ເປັນ 3 ຄັ້ງ, ບໍ່​ມີ​ຄັ້ງໃດ​ທີ່​ປະຊາຊົນ​ທຸກ​ຊັ້ນວັນນະ​ມີ​ຄວາມ​ສົນ​ໃຈ, ຕິດຕາມ, ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ຫຼາຍ​ຄື​ຄັ້ງນີ້. ບັນດາ​ຄຳ​ເຫັນ​ຈາກ​ປັນຍາ​ຊົນ​​ບັນດາ​ເຜົ່າ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ທັງ​ຜູ້​ມີ​ຍົດ​ຖາ​ບັນດາສັກ​ທາງສາດສະໜາ​ກໍ່​ລ້ວນ​ແຕ່​ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ, ປະກອບ​ບັນດາຄຳ​ເຫັນ​ເພື່ອ​ປັບປຸງ​ລັດຖະທຳ​ມະນູນ. ຜ່ານ​ນັ້ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ສິດ​ເປັນ​ເຈົ້າຂອງ​ປະຊາຊົນ​ທີ່​ມີ​ຕໍ່​ການ​ປັບປຸງ​ລັດຖະທຳ​ມະນູນ​​ເວົ້າສະ​ເພ​າະ ​ແລະ ການ​ສ້າງສາ ​ແລະ ພັດທະນາ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນີຍົມ​ຂອງ ປຊຊ, ​ໂດຍ ປຊຊ ​ແລະ ​ເພື່ອ ປຊຊເວົ້າລວມ“

 

 

ຂ່າວ/ບົດ​ອື່ນ