ປະຕິກິລິຍາຂອງປະເທດຕ່າງໆພາຍຫຼັງ IAEA ອອກມະຕິກ່ຽວກັບ ອີຣານ
ບັນດາປະເທດໄດ້ມີປະຕິກິລິຍາ ພາຍຫຼັງຄະນະອຳນວນການອົງການພະລັງງານປະລະມານູສາກົນ (ຫຼື IAEA) ຮັບຮອງເອົາມະຕິສະແດງ ”ຄວາມວິຕົກກັງວົນຢ່າງເລິກເຊິ່ງ ແລະ ນັບມື້ນັບເພິ່ມຂຶ້ນ” ກ່ຽວກັບການເຄື່ອນໄຫວນິວເຄຼຍ ຂອງອີຣານ. ມະຕິເນັ້ນໜັກວ່າ “ສິ່ງສຳຄັນແມ່ນ ອີຣານ ແລະ IAEA ຕ້ອງເພິ່ມທະວີການ ພົບປະເຈລະຈາ”, ພ້ອມທັງກໍ່ຮຽກຮ້ອງໃຫ້ ອີຣານ “ປະຕິບັດ ບັນດາພັນທະຂອງປະເທດນີ້ຕາມບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ສປຊ ຢ່າງຄົບຖ້ວນ”. ອາເມລິກາອອກຖະແຫຼງການຊົມເຊຍມະຕິຕົກລົງຂອງ IAEA, ພ້ອມທັງກໍ່ໃຫ້ຮູ້ວ່າ: ຈະເພິ່ມທະວີຄວາມດັ່ນ ເພື່ອໃຫ້ ອີຣານ ປະລະຄວາມຫວັງຢາກມີ ລະເບີດ ປະລະມານູ. ກະຊວງການຕ່າງປະເທດ ລັດເຊຍ ກໍ່ໄດ້ອອກຖະແຫຼງການຊົມເຊີຍມະຕິກ່ຽວກັບບັນຫານິວເຄຼຍຂອງອີຣານໂດຍອົງການພະລັງງານປະລະມານູສາກົນ (ຫຼື IAEA) ຮັບຮອງເອົາ. ບັນດາປະເທດ ສະຫະພາບເອີລົບ ກໍ່ອອກ ຖະແຫຼງການຊົມເຊຍມະຕິດັ່ງກ່າວ, ພ້ອມກັນນັ້ນ ກໍ່ຊຸກຍູ້ ອີຣານຍົກອອກບັນດາປະຕິກິລິຍາຢ່າງຕັ້ງໜ້າທີ່ມີຕໍ່ບັນດາຂໍ້ສະເໜີຂອງປະຊາຄົມໂລກ.