ປະຕູຖານການບໍລິການສາທາລະນະແຫ່ງຊາດ ຊ່ວຍປະຢັດຄ່າໃຊ້ຈ່າຍໄດ້ນັບພັນຕື້ດົ່ງຕໍ່ປີ
(VOVWORLD) - ຕອນບ່າຍວັນທີ 30 ທັນວາ, ຢູ່ຮ່າໂນ້ຍ, ຫ້ອງວ່າການລັດຖະບານ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມອອນລາຍ ສະຫຼຸບ 1 ປີ ແຫ່ງການເຄື່ອນໄຫວ ປະຕູຖານການບໍລິການສາທາລະນະແຫ່ງຊາດ ແລະ ປະກາດການບໍລິການສາທາລະນະທາງອອນລາຍ ຄັ້ງທີ 2.700.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN) |
ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ ເພື່ອໃຫ້ປະຊາຊົນໄດ້ນຳໃຊ້ການບໍລິການສາທາລະນະເປັນຈຳນວນຫຼາຍນັ້ນ ຕ້ອງມີວິທີການແກ້ໄຂເພື່ອໃຫ້ປະຊາຊົນນັບມື້ນັບລື້ງເຄີຍກັບສະພາບແວດລ້ອມເອເລັກໂຕນິກໃນການທຳທຸລະກຳທຸກປະເພດ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີວ່າ:
“ລະບົບ, ໂປຼແກຼມພື້ນຖານກ່ຽວກັບການບໍລິການສາທາລະນະ ຈະໄດ້ຕິດຕັ້ງແບບອັດຕະໂນມັດໃນໂທລະສັບມືຖືລາຄາຖືກ ເພື່ອເຜີຍແຜ່ໃຫ້ປະຊາຊົນທຸກຄົນ. ຂ້າພະເຈົ້າກໍຮຽກຮ້ອງໃຫ້ບໍລິສັດໂທລະຄົມມະນາຄົມແຫ່ງຕ່າງໆພ້ອມກັນປຶກສາຫາລື, ພ້ອມກັນເຮັດ ແລະ ອັດເດດໂປຼແກຼມດັ່ງກ່າວເຂົ້າໃນລະບົບຂອງໂທລະສັບມືຖືແບບອັດຕະໂນມັດ”.
ເພື່ອມຸ່ງໄປສູ່ເປົ້າໝາຍ, ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງເພື່ອຮັບໃຊ້ ກໍຄື ຄວາມຮຽກຮ້ອງຕ້ອງການປະຕິຮູບລະບຽບການບໍລິຫານ, ໂດຍສະເພາະແມ່ນການຫຼຸດຜ່ອນລະບຽບການບໍລິຫານຜ່ານການນໍາໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ວັນທີ 9 ທັນວາ 2019, ປະຕູຖານການບໍລິການສາທາລະນະແຫ່ງຊາດ ໄດ້ນຳເຂົ້າເຄື່ອນໄຫວຢ່າງເປັນທາງການ, ນັບແຕ່ນັ້ນມາຮອດວັນທີ 30 ທັນວາ 2020 ມີທັງໝົດ 2.700 ການບໍລິການໄດ້ຮັບການສະສົມ ແລະໃຫ້ການບໍລິການ. ໄລ່ມາຮອດປັດຈຸບັນ, ສາມາດປະຢັດຄ່າໃຊ້ຈ່າຍໄດ້ປະມານ 8000 ຕື້ດົ່ງ ຕໍ່ປີ (ເທົ່າກັບ 347 ລ້ານ USD).