ປະຕິບັດສານທາງການ ຂອງນາຍົກລັດຖະມົນຕີ ກ່ຽວກັບວຽກງານປ້ອງກັນ ຕ້ານໂລກໄຂ້ຫວັດສັດປີກຢ່າງເຂັ້ມງວດ

ປະຕິບັດສານທາງການ ຂອງນາຍົກລັດຖະມົນຕີ ກ່ຽວກັບວຽກງານປ້ອງກັນ ຕ້ານໂລກໄຂ້ຫວັດສັດປີກຢ່າງເຂັ້ມງວດ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 20/02, ຫ້ອງ​ວ່າການ​ລັດຖະບານ​ໄດ້​ອອກ​ແຈ້ງຄຳ​ເຫັນຊີ້​ນຳ​ຂອງ​ທ່ານ​ຮອງນາຍົກລັດຖະມົນຕີ ຮ່ວາງ​ຈຸ​ຫາຍ ທີ່​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ແນັດ ກ່ຽວ​ກັບ​ວຽກ​ງານປ້ອງ​ກັນ​ຕ້ານ​​ໂລກໄຂ້​ຫວັດ​ສັດ​ປີກ​.

        ຕາມ​ນັ້ນ​ແລ້ວ, ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ສືບ​ຕໍ່​ປະຕິບັດ​ບັນດາ​ມາດ​ຕະການ​ທີ່ຍົກ​ອອກ​ມາ​​ໃນ​ສານ​ທາງ​ການຂອງ​ນາຍົກລັດຖະມົນຕີ​ຢ່າງ​ເຂັ້ມ​ງວດ, ພ້ອມ​ທັງ​ຊີ້​ນຳ​ການ​ຜັນ​ຂະຫຍາຍ​ບາງ​ວຽກ​ງານ​ລະອຽດ​ຄື: ​ປະກາດ​ແຜນການ​ເຄື່ອນ​ໄຫວຂອງ​ແຕ່ລະ​ທ້ອງ​ຖິ່ນຢ່າງລະອຽດ​ ​ເພື່ອ​ຜັນ​ຂະຫຍາຍ​ໜ້າ​ທີ່​​ເຖິງ​ແຕ່​ລະ​ຫົວໜ່ວຍ, ບຸກຄົນ ​ແນ​ໃສ່​ແກ້​ໄຂໂລກໄຂ້​ຫວັດ​ສັດ​ປີກ​ໃນ​ບໍລິ​ເວນ​ແຂວງ​​ໂດຍ​ພື້ນຖານ, ປຸກລະດົມ, ຈັດ​ຕັ້ງ ​ແລະ ໜູນ​ຊ່ວຍ​ການ​ປະຕິບັດ “​ເດືອນ​ຮັກສາ​ອະນາ​ໄມ, ​ລ້າງ​ພິດ, ຂ້າ​​ເຊື້ອ​ໂລກ​ຢ່າງ​ຮີບ​ດ່ວນ ​ເພື່ອ​ປ້ອງ​ກັນ, ຕ້ານ​ໂລກໄຂ້​ຫວັດ​ສັດ​ປີກ” ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ແຕ່​ວັນ​ທີ 22/02 ຮອດ​ວັນ​ທີ 21/03.

     ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ຫາຍ ຮຽກຮ້ອງ​​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ກໍ່​ຄື​ບັນດາທ້ອງ​ຖິ່ນ​ຊີ້​ນຳ​ອົງການ​ສື​່ມວນ​ຊົນ ​ໂຄສະນາ​ບັນດາ​ມາດ​ຕະການ​ປ້ອງ​ກັນ​ຕ້ານ​​ໂລກລະບາດ​ຢ່າງ​ແຮງ, ສະກັດ​ກັ້ນບໍ່​ໃຫ້​ໂລກລະບາດ​ແຜ່​ລາມອອກ ​ແລະ ຕິດ​ສູ່​ຄົນ, ​ເປີດ​ເຜີຍ​ການ​ຜັນ​ແປຂອງສະພາບ​ໂລກລະບາດ​ເພື່ອ​ໃຫ້​ປະຊາຊົນ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ...

ຂ່າວ/ບົດ​ອື່ນ