ປະຕິເສດ Google Maps ໃຫ້ຂ່າວບໍ່ມີມູນຄວາມຈິງກ່ຽວກັບຫາດຊາຍທະເລຢູ່ແຂວງຝູອຽນ
(VOVWORLD) -ຄະນະກຳມະການປະຊາຊົນແຂວງຝູອຽນໄດ້ສະເໜີກະຊວງຖະແຫຼງຂ່າວແລະສື່ສານ ຫວຽດນາມ ຮຽກຮ້ອງໃຫ້ Google Maps ຈົ່ງລົບລ້າງ ແລະ ດັດແປງຂໍ້ມູນທີ່ບໍ່ມີມູນຄວາມຈິງດັ່ງກ່າວ.
ແຖວໜັງສືອະທິປາຍຜິດຂອງ Google Map ກ່ຽວກັບ ຫາດຊາຍທະເລ ຢູ່ນະຄອນ ຕຸຍຮ່ວາ ແຂວງ ຝູອຽນ ພາບຖ່າຍຕອນ ເວລາ15 ໂມງ 7 ນາທີ ຂອງວັນທີ 18 ເມສາ (ພາບ: phuyen.gov.vn)
|
ວັນທີ 18 ເມສາ, ຄະນະກຳມະການປະຊາຊົນແຂວງຝູອຽນໄດ້ມີຈົດໝາຍທາງການສົ່ງເຖິງກະຊວງຖະແຫຼງຂ່າວແລະສື່ສານກ່ຽວກັບເລື່ອງ Google Maps ໃຫ້ຂ່າວບໍ່ມີມູນຄວາມຈິງກ່ຽວກັບຫາດຊາຍທະເລທີ່ຕາແສງຝູດົງ ນະຄອນ ຕູຍຮ່ວາ ແຂວງຝູອຽນ ລະອຽດແມ່ນ Google Maps ໄດ້ດັດແປງຄຳວ່າຫາດຊາຍທະເລຕຸຍຮ່ວາ ຂອງ ຫວຽດນາມ ເປັນຫາດຊາຍທະເລຈີນໃຕ້(ໝາຍເຖິງທະເລຂອງຈີນ)
ເລື່ອງບັນທຶກຂໍ້ມູນຢ່າງບໍ່ມີຄວາມຈິງໃນແຜນທີ່ຫວຽດນາມ ໄດ້ເຮັດໃຫ້ວົງຄະນະຍາດ, ພິເສດໃນສື່ສັງຄົມມີຄວາມບໍ່ພໍໃຈ.