ພິທີໄຂງານວາງສະແດງຮູບຖ່າຍ “ຫວຽດນາມ ຄວາມງາມຢ່າງບໍ່ມີຂອບເຂດ”
(ພາບ: ດິງວັນຮ໋ວາ / vietnam+)
(vovworld) – ໃນລະຫວ່າງວັນທີ 14 - 17/5, ຄະນະພະນັກງານກະຊວງວັດທະນະທຳ ຫວຽດນາມ ໂດຍທ່ານລັດຖະມົນຕີວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮ່ວາງແອງຕ໋ວນ ນຳໜ້າ, ໄດ້ທຳການຢ້ຽມຢາມ Slovakia ເພື່ອເຂົ້າຮ່ວມວັນວັດທະນະທຳ ຫວຽດນາມ ຢູ່ Slovakia ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ. ຈຸດພົ້ນເດັ່ນຂອງວັນວັດທະນະທຳ ຫວຽດນາມ ຢູ່ Slovakia ແມ່ນງານວາງສະແດງຮູບຖ່າຍ “ຫວຽດນາມ ຄວາມງາມຢ່າງບໍ່ມີຂອບເຂດ” ໄດ້ຖືກຈັດຂຶ້ນຢູ່ສະຖານີວິທະຍຸກະຈາຍສຽງ Slovakia. ເນື່ອງໃນໂອກາດນີ້ ບັນດາແຂກຖືກເຊີນໄດ້ຮັບປະທານອາຫານໂດຍບັນດາພໍ່ຄົວທີ່ມີຊື່ສຽງໃນປະຊາຄົມຊາວຫວຽດນາມ ຢູ່ Slovakia. ວັນວັດທະນະທຳ ຫວຽດນາມ ຢູ່ Slovakia ໄດ້ສິ້ນສຸດລົງ ດ້ວຍລາຍການສະແດງສິລະປະເປັນເອກະລັກສະເພາະຂອງບັນດານັກສິລະປິນສັງກັດໂຮງລະຄອນສິລະປະແຫ່ງຊາດ ຫວຽດນາມ. ບັນດາບົດເພງ, ວາດຟ້ອນທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນາທຳຂອງບັນດານັກສິລະປິນ ຫວຽດນາມ ໄດ້ສ້າງຄວາມປະທັບໃຈໃຫ້ແຂກສາກົນຢ່າງແທ້ຈິງ.
ໃນການຢ້ຽມຢາມ Slovakia, ທ່ານລັດຖະມົນຕີ ຮ່ວາງແອງຕ໋ວນ ໄດ້ພົບປະເຈລະຈາກັບ ທ່ານລັດຖະມົນຕີວ່າການກະຊວງວັດທະນານຳ Slovakia Marek Madaric; ພົບປະແລກປ່ຽນຄຳເຫັນກັບນາຍົກລັດຖະມົນຕີ Slovakia Robert Fico.