ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນຕ້ອນຮັບລັດຖະມົນຕີການຕ່າງປະເທດອັງກິດ

ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນຕ້ອນຮັບລັດຖະມົນຕີການຕ່າງປະເທດອັງກິດ - ảnh 1
ທ່ານ Philip Mammond ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ແລະ ອຽກ​ລັງ​ເໜືອ   (AFP)


(vovworld)- ທີ່​ການ​ຕ້ອນ​ຮັບ​ທ່ານ Philip Mammond ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ແລະ ອຽກ​ລັງ​ເໜືອ, ຕອນ​ເຊົ້າ​ວັນ​ທີ 13/4, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ ຫງວຽນ​ແທ່ງ​ຟອງ ໄດ້​ເນັ້ນ​ໜັກ​ວ່າ : ການ​ຢ້ຽມ​ຢາມ​ຂອງ​​ທ່ານ Philip Mammond ແມ່ນ​ໂອ​ກາດ​ເພື່ອ​ປັບ​ປຸງ ແລະ ຍົກ​ລ​ພ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ລົງ​ທຶນ​ດ້ານ​ການ​ຄ້າ​ລະ​ຫວ່າງ 2 ຝ່າຍ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ. ສ່ວນ​ທ່ານ Philip Mammond ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ແລະ ອຽກ​ລັງ​ເໜືອ ໃຫ້​ຮູ້​ວ່າ ທ່ານ​ເຊື່ອ​ໝັ້ນ ແລະ ມີ​ຄວາມ​ຫວັງ​ຕໍ່​ການ​ເຕີບ​ໂຕ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ​ເວົ້າ​ລວມ ແລະ ນະ​ຄອນ​ໂຮ່​ຈິ​ມິນ​ເວົ້າ​ສະ​ເພາະ. ບັນ​ດາ​ວິ​ສາ​ຫະ​ກິດ​ອັງ​ກິດ​ທີ່​ເຄຶ່ອນ​ໄຫວ​ໃນ​ນະ​ຄອນ​ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື, ຫນູນ​ຊ່ວຍຂອງ​ອຳ​ນາ​ດການ​ປົກ​ຄອງ​ນະ​ຄອນໃນ​ໄລ​ຍະ​ຜ່ານ​ມາ ແລະ ຫວັງວ່າ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ ການ​ພົວ​ພັນ​ນີ້​ຈະ​ສືບ​ຕໍ່​ບັນ​ລຸ​ໝາກ​ຜົນ​ທີ່​ດີ​ງາມກວ່າ​ເກົ່າ. 2 ຝ່າຍ​ສືບ​ຕໍ່​ຈະ​ເພີີ່ມ​ທະ​ວີ​ການ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ພື້ນ​ຖານ​ໂຄງ​ລ່າງ​ຕົວ​ເມືອງ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຶກ​ສາ-ກໍ່​ສ້າງ, ການ​ໜູນ​ຊ່ວຍ​ສັງ​ຄົມ…

 

 

ຂ່າວ/ບົດ​ອື່ນ