ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຝາກຈົດໝາຍອວຍພອນຜູ້ເຊື່ອຖືສາສະໜາກາວດ່າຍ
ທ່ານ ຫງວຽນທ້ຽນເຍິນ, ປະທານຄະນະກຳມະການ
ສູນກາງແນວໂຮມປະເທດຊາດ ຫວຽດນາມ
(vovworld) - ໃນຈົດໝາຍອວຍພອນປະຊາຊົນຜູ້ຖືສາສະໜາກາວດ່າຍໃນໂອກາດວັນບຸນຂອງສາສະໜາກາວດ່າຍ. ທ່ານ ຫງວຽນທ້ຽນເຍິນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມໄດ້ສົ່ງພອນໄຊອັນປະເສີດທີ່ສຸດເຖິງບັນດາຜູ້ທີ່ມີຍົດຖາບັນດາສັກ ແລະ ຜູ້ທີ່ເຊື່ອຖືສາສະໜາ ກາວດ່າຍໝົດທຸກຄົນ. ທ່ານປະທານຢືນຢັນວ່າ, ຜ່ານ 91 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ດ້ວຍມູນເຊື້ອຮັກຊາດ, ສະໜິດຕິດພັນ, ຮ່ວມເດີນທາງພ້ອມກັບປະເທດຊາດ, ຜູ້ເຊື່ອຖືສາສະໜາ ກາວດ່າຍສ່ວນຫຼາຍໄດ້ຍົກສູງນ້ຳໃຈຮັກຊາດ, ສາມັກຄີພ້ອມກັບປະຊາຊົນທຸກຊັ້ນວັນນະຕ້ານພວກສັດຕູຮຸກຮານ, ປົກປັກຮັກສາປະເທດຊາດ. ນັບແຕ່ປະເທດໄດ້ຮັບເອກະລາດ, ທ້ອນໂຮມເປັນເອກະພາບມາຮອດປະຈຸບັນ, ສາສະໜາກາວດ່າຍຍາມໃດກໍ່ປະຕິບັດບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດ. ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການແຂ່ງຂັນຮັກຊາດ, ວຽກງານກຸສົນສັງຄົມ, ລົບລ້າງຄວາມທຸກຍາກອຶດຫີວ, ການຕອບບູນແທນຄູນ, ການກໍ່ສ້າງຊົນນະບົດໃໝ່, ປະກອບສ່ວນພ້ອມກັບພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດ ແລະ ປະຊາຊົນກໍ່ສ້າງບ້ານເກີດເມືອງນອນ, ປະເທດຊາດໃຫ້ນັບມື້ນັບພັດທະນາ. ທ່ານປະທານ ຫງວຽນທ້ຽນເຍິນຫວັງວ່າ, ປະຊາຊົນຜູ້ເຊື່ອຖືສາສະໜາ ກາວດ່າຍຍາມໃດກໍ່ມີຄວາມສາມັກຄີສະໜິດຕິດພັນໃນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ຕັ້ງໜ້າເຂົ້າຮ່ວມການພັດທະນາເສດຖະກິດ - ສັງຄົມ, ປະກອບສ່ວນກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ.