ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຢ້ຽມຢາມແລະອວຍພອນບຸນເຕັດອະດີດການນຳພັດ,ລັດ
(ທ່ານ ຫງວຽນທ້ຽນເຍີນ ແລະ ອະດີດເລຂາທິການໃຫຍ່
ຄະນະບໍລິຫານງານສູນກາງພັກ ເລຂາຟຽວ)
(vovworld) – ເນື່ອງໃນໂອກາດປີໃໝ່ປະຈຳຊາດປີວອກ 2016, ຕອນບ່າຍວັນທີ 01/02, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ໂດເມືອຍ ແລະ ທ່ານເລຂາຟຽວ. ຢ້ຽມຢາມ ແລະ ອວຍພອນອະດີດເລຂາທິການໃຫຍ່ ໂດເມືອຍ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ຂອບອົກຂອບໃຈອະດີດເລຂາທິການໃຫຍ່ ໄດ້ສະຫງວນຊີວິດ, ພາລະກິດ ແລະ ສະຕິປັນຍາຂອງຕົນເພື່ອປະກອບໃຫ້ພັກ, ຮັບໃຊ້ປະເທດຊາດ, ປະຊາຊົນ. ເນື່ອງໃນໂອກາດອະດີດເລຂາທິການໃຫຍ່ ໂດເມືອຍ ມີອາຍຸ 100 ປີເຕັມ, ທ່ານ ຫງວຽນທ້ຽນເຍີນ ໄດ້ສົ່ງພອນໄຊອັນປະເສີດທີ່ສຸດເຖິງອະດີດເລຂາທິການໃຫຍ່ ແລະ ປາດຖະໜາວ່າ ອະດີດເລຂາທິການໃຫຍ່ຈະມີສຸຂະພາບແຂງແຮງ, ເປັນບ່ອນອີງໃຫ້ການນຳພັກ, ລັດ, ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນລຸ້ນຕ່າງໆ, ປະກອບສ່ວນນຳປະເທດຊາດນັບມື້ນັບພັດທະນາ.
ເມື່ອມາຢ້ຽມຢາມ ແລະ ອວຍພອນອະດີດເລຂາທິການໃຫຍ່ ເລຂາຟຽວ, ທ່ານ ຫງວຽນທ້ຽນເຍີນ ປາດຖະໜາວ່າ: ອະດີດເລຂາທິການໃຫຍ່ ຈະສືບຕໍ່ເອົາໃຈໃສ່ເຖິງວຽກງານຂົນຂວາຍປະຊາຊົນ, ວຽກງານແນວໂຮມ, ເພື່ອໃຫ້ແນວໂຮມປະເທດຊາດນັບມື້ນັບເສີມຂະຫຍາຍບົດບາດຂອງຕົນໃຫ້ດີ, ປະກອບສ່ວນນຳປະເທດຊາດພັດທະນາ, ກ້າວຂຶ້ນຕາມທິດໝັ້ນຄົງເຂັ້ມແຂງ.