ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຫງວຽນທ້ຽນເຍີນຢ້ຽມຢາມບັນດາຮູບແບບສະຫະກອນທີ່ດີເດັ່ນຢູ່ວິ້ງລອ
ທ່ານ ຫງວຽນທ້ຽນເຍີນ ຢ້ຽມຢາມ ແລະ ເຮັດວຽກກັບສະຫະກອນ
ບໍລິການກະສິກຳ ຊວນຮຽບ ແລະ ສະຫະກອນຜັກສະອາດ ເຟືອກເຮົ້າ
(ພາບ: Huỳnh Kim Phượng –TTXVN)
(vovworld) - ຕອນບ່າຍວັນທີ 14/4, ທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບສະຫະກອນບໍລິການກະສິກຳ ຊວນຮຽບ (ເມືອງ ຈ່າໂອນ) ແລະ ສະຫະກອນຜັກສະອາດ ເຟືອກເຮົ້າ (ເມືອງ ລອງໂຮ່) ເຊິ່ງແມ່ນ 2 ຮູບແບບສະຫະກອນທີ່ດີເດັ່ນຂອງແຂວງ ວິ້ງລອງ. ທ່ານ ຫງວຽນທ້ຽນເຍີນ ຕີລາຄາສູງບັນດາຮູບແບບສະຫະກອນຜະລິດທີ່ມີຫຼາຍຮູບຫຼາຍແບບຂອງແຂວງ ວິ້ງລອງ, ສະເໜີບັນດາຄອບຄົວສະມາຊິກໃນສະຫະກອນຄວນພັດທະນາຮູບແບບລ້ຽງສັດຕື່ມອີກ, ເຮັດບໍລິການເພື່ອແກ້ໄຂສະພາບວ່າງງານຂອງຊາວກະສິກອນ ແລະ ເພີ່ມລາຍຮັບຕື່ມອີກ. ທ່ານ ຫງວຽນທ້ຽນເຍີນ ຮັບເອົາບັນດາຂໍ້ສະເໜີຂອງສະຫະກອນ ແລະ ສະເໜີແຂວງ ວິ້ງລອງ ເອົາໃຈໃສ່ໜູນຊ່ວຍໃຫ້ສະຫະກອນບັນດາບັນຫາຄື: ເນື້ອທີ່ດິນຜະລິດ, ສະຖານທີ່ຂາຍຜະລິດຕະພັນ, ຍູ້ແຮງການສົ່ງເສີມການຄ້າ ສ້າງເງື່ອນໄຂໃຫ້ສະຫະກອນແນະນຳສິນຄ້າ ເພື່ອຊອກຫາຄູ່ຮ່ວມມື, ຮ່ວມສຳພັນສັນຍາກັບວິສາຫະກິດ ເພື່ອເປີດກ້ວາງຕະຫຼາດໃຊ້ສອຍແບບຍືນຍົງ.