ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຫງວຽນທ້ຽນເຍີນຢ້ຽມຢາມເຂດອະນຸສອນສະຖານປະທານໂຕນດຶກຖັ໋ງ
(ທ່ານ ຫງວຽນທ້ຽນເຍີນ ຖະຫວາຍທູບທຽນຢູ່
ເຂດອະນຸສອນສະຖານປະທານ ໂຕນດຶກຖັ໋ງ)
(vovworld) - ຕອນເຊົ້າວັນທີ 13/4, ທ່ານ ຫງວຽນທ້ຽນເຍີນ ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ຖະຫວາຍທູບທຽນເຂດອະນຸສອນສະຖານປະທານ ໂຕນດຶກຖັ໋ງ ຢູ່ນະຄອນ ລອງຊວຽນ, ແຂວງ ອານຢາງ. ເຂົ້າຮ່ວມພິທີຖະຫວາຍທູບທຽນມີທ່ານອະດີດປະທານປະເທດຫວຽດນາມ ຫງວຽນມິງຈຽດ ແລະ ການນຳແຂວງ ອານຢາງ. ທ່ານປະທານໂຕນດຶກຖັ໋ງ ແມ່ນນັກຮົບກອມມູນິດທີ່ອົງອາດກ້າຫານ, ເປັນແບບຢ່າງ, ອຸທິດສ່ວນຕະຫຼອດຊີວິດຂອງຕົນໃຫ້ການປະຕິວັດ ແລະ ຊົນຊາດ. ທ່ານປະທານປະເທດ ໂຕນດຶກຖັ໋ງ ກໍ່ແມ່ນໜຶ່ງໃນບັນດາການນຳທີ່ດີເດັ່ນຂອງພັກ, ລັດ ແລະ ແນວໂຮມເອກະພາບແຫ່ງຊາດ ຫວຽດນາມ.
ເນື່ອງໃນໂອກາດນີ້, ທ່ານ ຫງວຽນທ້ຽນເຍີນ ແລະ ທ່ານ ອະດີດປະທານປະເທດຫວຽດນາມ ຫງວຽນມິງຈວຽດ ໄດ້ມອບງົວ 30 ໂຕ ແລະ ຂອງຂວັນ 50 ພູດໃຫ້ແກ່ບັນດາຄອບຄົວຊາວກະສິກອນຢູ່ເມືອງ ຈີໂຕນ, ແຂວງ ອານຢາງ.