ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຫງວຽນທ້ຽນເຍີນສຳຫຼວດກວດກາຮູບແບບສະຫະກອນຢູ່ແທງຮ໋ວາ
ທ່ານ ຫງວຽນທ້ຽນເຍີນ ສຳຫຼວດກວດກາຮູບແບບ
ສະຫະກອນກະສິກຳ ຟຸ໋ລົກ
(vovworld) – ຕອນເຊົ້າວັນທີ 13/5, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ໄດ້ລົງສຳຫຼວດກວດກາຮູບແບບສະຫະກອນຢູ່ແຂວງ ແທງຮ໋ວາ. ເມື່ອໂອ້ລົມກັບພໍ່ແມ່ພີ່ນ້ອງສະມາຊິກສະຫະກອນບໍລິການກະສິກຳຢູ່ ຕາແສງ ຟຸ໋ລົກ, ເມືອງ ເຮົ້າລົກ, ທ່ານ ຫງວຽນທ້ຽນເຍີນ ຕີລາຄາສູງເລື່ອງສະຫະກອນ ຈັດຕັ້ງການສະໜອງສົ້ນເຂົ້າໃຫ້ບັນດາຄອບຄົວຂອງສະຫະກອນໃນການຜະລິດກະສິກຳດ້ວຍອັດຕາສ່ວນ 70% ຂົງເຂດຊື້ຜະລິດຕະພັນຂອງສະຫະກອນ ເພື່ອໃຫ້ສະມາຊິກສະຫະກອນອຸ່ນອ່ຽນໃຈໃນວິວັດການນຳໃຊ້. ພິເສດສະຫະກອນໄດ້ຊອກຫາສັນຍາ ແລະ ການຈຳໜ່າຍສົ້ນອອກໃຫ້ສະມາຊິກສະຫະກອນ ເພື່ອໃຫ້ສະມາຊິກສະຫະກອນອຸ່ນອ່ຽນໃຈໃນການຜະລິດ ແລະ ມີສົ້ນອອກສະຫງົບປົກກະຕີ. ແລະກໍໃນຕອນເຊົ້າວັນດຽວກັນ, ທ່ານ ຫງວຽນທ້ຽນເຍີນ ກໍລົງສຳຫຼວດກວດກາຢູ່ ສະຫະກອນບໍລິການລ້ຽງ, ປູກສິນໃນນ້ຳ ຮວັ່ນຟອງ, ເມືອງ ຮວັ່ນຮ໋ວາ. ນີແມ່ນສະຫະກອນເຄື່ອນໄຫວໃນຂົງເຂດຄົມມະນາຄົມ, ຊົນລະປະທານ. ທຸກໆປີ, ສະຫະກອນໄດ້ ສະໜອງບໍລິການສະບາຍນ້ຳຮັບໃຊ້ການລ້ຽງ, ປູກສິນໃນນ້ຳ ແລະ ສະໜອງແນວພັນ.