ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ອວຍພອນວັນບຸນ ຄຣິດມາກ ຢູ່ ສຳນັກສັງຄະລາດ ເກີນເທີ
(VOVWORLD) - ຕອນບ່າຍວັນທີ 14 ທັນວາ, ຢູ່ນະຄອນເກີນເທີ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ ໄດ້ໄປຢ້ຽມຢາມ ແລະ ອວຍພອນ ວັນບຸນ ຄຣິດມາກ 2019 ຢູ່ ສຳນັກສັງຄະລາດ ເກີນເທີ.່
ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)
|
ທ່ານ ເຈິ່ນແທັງເໝີນ ຕີລາຄາສູງບັນດາການປະກອບສ່ວນຂອງພໍ່ແມ່ພີ່ນ້ອງຊາວຄຣິດໃນທົ່ວປະເທດເວົ້າລວມ ແລະພໍ່ແມ່ພີ່ນ້ອງຊາວຄຣິດໃນຢູ່ເຂດຊາວຄຣິດ ເກີນເທີ ເວົ້າສະເພາະ ໃນບັນດາຜົນງານສຳຄັນ ເຊິ່ປະເທດບັນລຸໄດ້. ທ່ານປະທານຄະນະກຳມະການ ສູນກາງ ແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝີກປາດຖະໜາວ່າ ດ້ວຍອິດທິພົນຊື່ສຽງ ແລະ ທີ່ຕັ້ງບົດບາດຂອງຕົນ, ທ່ານປະທານສຳນັກສັງຄະລາດ ເກີນເທີ ຈີບື໋ວທຽນ ຈະສືບຕໍ່ຂົນຂວາຍ, ສ້າງເງື່ອນໄຂໃຫ້ບັນດາຄຸນພໍ່, ນັກບວດ ແລະ ພໍ່ແມ່ພີ່ນ້ອງຊາວຄຣິດ ເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ, ບັນດາຂະບວນການແຂ່ງຂັນຮັກຊາດ, ການຂົນຂວາຍຕ່າງໆ ໂດຍແນວໂຮມປະເທດຊາດຫວຽດນາມ ປຸກລະດົມ, ຈິດໜຶ່ງໃຈດຽວສ້າງສາບາດເກີດເມືອງນອນໃຫ້ນັບມື້ນັບຮັ່ງມີ, ສວຍງາມ ແລະ ອະລິຍະທຳ.