ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຮັດວຽກຢູ່ແຂວງ ຫວີງຟຸກ

(VOVWORLD) - ວັນທີ 28 ມິຖຸນາ, ຄະນະປະຕິບັດງານໂດຍທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທງເໝີນ ເປັນຫົວໜ້າຄະນະໄດ້ໄປເຮັດວຽກຢູ່ແຂວງ ຫວີງຟຸກ ກ່ຽວກັບໂຄງການຄາດໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່.
ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຮັດວຽກຢູ່ແຂວງ ຫວີງຟຸກ - ảnh 1 ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທງເໝີນ ເຮັດວຽກກັບການນຳແຂວງ ຫວີງຟຸກ 

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານ ເຈິ່ນແທງເໝີນ ຕີລາຄາສູງໝາກຜົນທີ່ບັນລຸໄດ້ຂອງແຂວງ ຫວີງຟຸກ ໃນການປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່, ພິເສດແມ່ນການພັດທະນາກະສິກຳເຕັກໂນໂລຢີສູງ. ທ່ານປະທານ ເຈິ່ນແທງເໝີນ ປາດຖະໜາວ່າ ທາງແຂວງຈະສືບຕໍ່ຍົກສູງຄຸນນະພາບໂຄງການກໍ່ສ້າງຊົນນະບົດໃໝ່, ເອົາໃຈໃສ່ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.

        ເນື່ອງໃນໂອກາດນີ້, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທງເໝີນ ກໍ່ໄດ້ຢ້ຽມຢາມ, ມອບຂອງຂວັນໃຫ້ 10 ຄອບຄົວເປົ້າໝາຍນະໂຍບາຍ, ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນຕາແສງ ຕາມເຮີບ, ເມືອງ ບີງຊວຽນ.

ຕອບກັບ

ຂ່າວ/ບົດ​ອື່ນ