ທ່ານປະທານປະເທດຈີນ ແລະ ປະທານາທິບໍດີ Tanzania
(ພາບ: vtv.vn)
(vovworld)- ວັນທີ 25/3, ຢູ່ນະຄອນຫຼວງ Dar Es Salaam ປະເທດ Tanzania, ທ່ານປະທານປະເທດຈີນສີຈິ້ນຜີງ ໄດ້ຍ້ອງຍໍສັນລະເສີນການພັດທະນາຢ່າງແຮງໃນການພົວພັນລະຫວ່າງຈີນ ກັບບັນດາປະເທດອາຟຼິກກາ. ໃນບົດກ່າວປາໄສສຳຄັນເນື່ອງໃນໂອກາດໄປປະຕິບັດງານຢູ່ອາຟຼິກກາ ເປັນຄັ້ງທຳອິດ ພາຍຫຼັງໄດ້ຮັບເລືອກຕັ້ງເປັນປະທານປະເທດຈີນ, ທ່ານສີຈິ້ນຜີງ ຕີລາຄາວ່າ: “ອາຟຼິກກາ ແມ່ນທະວີບແຫ່ງຄວາມຫວັງ ແລະ ໝານໝັ້ນ“. ທ່ານຖືວ່າບັນດາການນຳອາຟຼິກກາ ແມ່ນ “ເພື່ອນຜູ້ສະໜິດສະໜົມ“ ພ້ອມທັງຍ້ອງຍໍສັນລະເສີນການພົວພັນມິດຕະພາບອັນຈິງໃຈຂອງປັກກິງ ກັບອາຟຼິກກາ. ທ່ານສີຈິ້ນຜີງ ໃຫ້ຮູ້ວ່າ: ວົງເງິນການຄ້າລະຫວ່າງຈີນ ແລະ ອາຟຼິກກາ ໃນປີ 2012 ບັນລຸປະມານ 200 ຕື້ໂດລາສະຫະລັດ. ຄຽງຄູ່ກັບການປັບປຸງບັນດາການພົວພັນສອງຝ່າຍ, ຈີນ ໄດ້ໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍສິນເຊື່ອເປັນຈຳນວນເງິນ 20 ຕື້ໂດລາສະຫະລັດໃຫ້ແກ່ບັນດາປະເທດອາຟຼິກກາ ໃນຮອບເວລາ 2 ປີຂ້າງໜ້າ.