( vovworld ) - ຕອນເຊົ້າວັນທີ 23/6, ທ່ານປະທານປະເທດ Truong Tan Sang ແລະ ສະມາຊິກສະພາແຫ່ງຊາດ (ສສຊ) ໜ່ວຍ 1, ຫົວໜ່ວຍນະຄອນໂຮ່ຈິມິນ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງກວ່າ 200 ຄົນ ຢູ່ເມືອງ 4. ບັນດາ ສສຊ ໄດ້ລາຍງານກັບຜູ້ມີສິດເລືອກຕັ້ງໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ທີ່ຜ່ານມາ. ທີ່ກອງປະຊຸມ, ສະພາແຫ່ງຊາດໄດ້ຕົກລົງບັນດາບັນຫາທີ່ຈຳເປັນ. ກ່ຽວກັບເສດຖະກິດ, ສັງຄົມ, ສະພາແຫ່ງຊາດໄດ້ກຳນົດຢ່າງຈະແຈ້ງວ່າ; ແຕ່ນີ້ຮອດທ້າຍປີສືບຕໍ່ໃຫ້ບຸລິມະສິດແກ່ຄາດໝາຍຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນຊີວິດສັງຄົມ, ພິເສດຖືເປັນສຳຄັນເລື່ອງຮັກສາລະດັບເຕີບໂຕດ້ານເສດຖະກິດໃຫ້ເໝາະສົມ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ດ້ວຍ 6 ໝວດມາດຕະການຢ່າງລະອຽດ. ທ່ານປະທານປະເທດ Truong Tan Sang ໄດ້ເນັ້ນໜັກວ່າ.
“ບັນຫາສຳຄັນແມ່ນພວກເຮົາຕ້ອງຮັກສາບັນຫາຄວບຄຸ້ມໄພເງິນເຟີ້ໃຫ້ຢູ່ໃນລະດັບໜຶ່ງຕົວເລກ. ສະພາບຕົວຈິງໃນປະຈຸບັນແມ່ນ ໄພເງິນເຟີ້ພວມຫຼຸດລົງໃນລະດັບ 1 ຕົວເລກ ແຕ່ສະພາບການຜະລິດພັດປະສົບກັບຄວາມຫຍຸ້ງຍາກ. ຕ້ອງແກ້ໄຂຄືແນວໃດເພື່ອຄວບຄຸ້ມໄພເງິນເຟີ້ໃຫ້ໄດ້, ທັງຮັກສາການເຕີບໂຕໃຫ້ຢູ່ລະດັບເໝາະສົມ ແຕ່ກໍ່ບໍ່ເຮັດໃຫ້ລະດັບໄພເງິນເຟີ້ເພີ່ມຂຶ້ນຄືນໃໝ່. ຄຽງຄ້າງນັ້ນ, ຕ້ອງມີມາດຕະການຕ່າງໆຢ່າງທັນການເພື່ອປັບປຸ້ງ, ແກ້ໄຂສະພາບການຜະລິດທີ່ຍັງຊັກຊາໄວ້ຄືປະຈຸບັນ. ຖ້າຫາກບໍ່ເຮັດໄດ້ຄືແນວນັ້ນ ແມ່ນບໍ່ສາມາດຮັບປະກັນຊີວິດສັງຄົມໄດ້ ແລະ ການເຕີບໂຕເສດຖະກິດບັນດລຸລະດັບຕຳສຸດ ຈະບໍ່ສາມາດປະຕິບັດມະຕິກອງປະຊຸມໃຫຍ່ພັກທົ່ວປະເທດຄັ້ງທີ 11 ກ່ຽວກັບຈຸດໝາຍຫັນເປັນອຸດສາຫະກຳ, ທັນສະໄໝໄດ້”.