ປະທານປະເທດມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດ3ທ່ານ
ປະທານປະເທດມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດ3ທ່ານ
(vovworld) - ຕອນບ່າຍວັນທີ 21/12, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ມອບຂໍ້ຕົກລົງແຕ່ງຕັ້ງ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳລາວ, ກູບາ ແລະ ແອດສະປາຍ, ອາຍຸການ 2016-2019, ເມື່ອມອບໜ້າທີ່ໃຫ້ບັນດາເອກອັກຄະລັດຖະທູດ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ສະເໜີໃຫ້ບັນດາທ່ານເອກອັກຄະລັດຖະທູດເປັນເຈົ້າການ, ເສີມຂະຫຍາຍຈິດໃຈປະດິດສ້າງ, ຕັ້ງໜ້າປະກອບສ່ວນເຂົ້າໃນການປັບປຸງ, ເພີ່ມທະວີກວ່າອີກ ແລະ ນຳການພົວພັນລະຫວ່າງ ຫວຽດນາມ ແລະ ບັນດາປະເທດເພື່ອນມິດໃຫ້ນັບມື້ນັບເລິກເຊິ່ງ ແລະ ມີສະຖຽນລະພາບ. ທ່ານປະທານປະເທດຖືວ່າ, ໄລຍະເວລາທີ່ບັນດາທ່ານເອກອັກຄະລັດຖະທູດເດີນທາງໄປຮັບໜ້າທີ່ໃໝ່ແມ່ນກົງກັບໄລຍະເວລາທີ່ສະພາບການໂລກ ແລະ ພາກພື້ນພວມປະກົດຫຼາຍປັດໃຈທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ເພື່ອປະຕິບັດໜ້າທີ່ຮັບຜິດຊອບສຳຄັນ ເຊິ່ງພັກ ແລະ ລັດໄດ້ມອບໝາຍໃຫ້, ທ່ານປະທານປະເທດສະເໜີບັນດາທ່ານເອກອັກຄະລັດຖະທູດຈົ່ງກຳແໜ້ນ 3 ໜ້າທີ່ການທູດສຳຄັນແມ່ນຮັກສາສະພາບສັນຕິພາບ, ສະຖຽນລະພາບ, ສະແຫວງຫາບັນດາແຫຼ່ງກຳລັງຈາກພາຍນອກເພື່ອພັດທະນາປະເທດຊາດ; ເດັດດຽວ, ຍືດໝັ້ນຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ຢ່າງໝັ້ນຄົງ; ຍົກສູງທີ່ຕັ້ງ, ອິດທິພົນຊື່ສຽງຂອງປະເທດ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ຢືນຢັນວ່າ, ພັກ ແລະ ລັດ ກໍ່ຄືກະຊວງການຕ່າງປະເທດຍາມໃດກໍ່ເປັນບ່ອນອີງ, ເປັນແນວຫຼັງໃຫຍ່ເພື່ອໃຫ້ທ່ານເອກອັກຄະລັດຖະທູດອຸ່ນອ່ຽນໃຈປະຕິບັດງານ ແລະ ປະຕິບັດສຳເລັດໜ້າທີ່ເຊິ່ງໄດ້ຮັບມອບໝາຍ.