ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ລົງຢ້ຽມຢາມ ແລະ ອວຍພອນບຸນເຕັດຢູ່ກອງບັນຊາການທະຫານເຮືອ, |
(vovworld)- ວັນທີ 18/1, ຢູ່ນະຄອນຫາຍຟ່ອງ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ລົງຢ້ຽມຢາມ ແລະ ອວຍພອນບຸນເຕັດຢູ່ກອງບັນຊາການທະຫານເຮືອ, ກອງບັນຊາການທະຫານເຂດ 3, ຕຳຫຼວດນະຄອນຫາຍຟ່ອງ, ຢ້ຽມຢາມ ແລະ ອວຍພອນບຸນເຕັດບັນດາຄອບຄົວເປົ້າໝາຍນະໂຍບາຍ, ໄປຖະຫວາຍທູບທຽນ ແລະ ປູກຕົ້ນໄມ້ທີ່ລະນຶກຢູ່ເຂດປູຊະນີຍະສະຖານປະຫວັດສາດຈ່າງເກັງ.
ເມື່ອໂອ້ລົມ, ອວຍພອນບຸນເຕັດບັນດາພະນັກງານນັກຮົບກອງບັນຊາການທະຫານເຮືອ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງໄດ້ຊີ້ແຈ້ງວ່າ ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃໝ່ຂອງໜ້າທີ່, ເຫຼົ່າທັບເຮືອຍາມໃດກໍຕ້ອງຊາບຊຶບແນວທາງ, ແຜນນະໂຍບາຍຂອງພັກ ແລະ ລັດ, ແກ້ໄຂຄວາມຫຍຸ້ງຍາກ, ປັກປັກຮັກສາອະທິປະໄຕເຂດໝູ່ເກາະທະເລຂອງປະເທດຊາດ. ພ້ອມກັນນັ້ນ, ກອງທັບເຮືອຫວຽດນາມຕັ້ງໜ້າປ້ອງກັນການເຄື່ອນໄຫວເສດຖະກິດທະເລ, ຊອກຫາກູ້ໄພກູ້ຊີບຢູ່ຕາມບໍລິເວນທະເລ, ປະຕິບັດນະໂຍບາຍການຕ່າງປະເທດຂອງພັກ, ລັດ, ສ້າງເຂດທະເລສັນຕິພາບ, ມິດຕະພາບ.