ປະທານປະເທດເຂົ້າຮ່ວມກອງປະຊຸມສະຫລຸບວຽກງານປີ2016ຂອງຫ້ອງວ່າການປະທານປະເທດ
ປະທານປະເທດ ເຈີ່ນດ້າຍກວາງ ເຂົ້າຮ່ວມກອງປະຊຸມສະຫລຸບ
ວຽກງານປີ2016ຂອງຫ້ອງວ່າການປະທານປະເທດ
(vovworld) - ກ່າວຄຳເຫັນທີ່ກອງປະຊຸມໃນຕອນເຊົ້າວັນທີ 19/01, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຮັບຮູ້ ແລະ ຍ້ອງຍໍບັນດາຄວາມມານະພະຍາຍາມຂອງໝູ່ຄະນະຫ້ອງວ່າການປະທານປະເທດໃນປີຜ່ານມາ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃສ່ໃຈວ່າ ໝູ່ຄະນະພະນັກງານ, ພາລະກອນ, ຜູ້ອອກແຮງງານຫ້ອງວ່າການປະທານປະເທດ ຄວນຍົກສູງຄຸນນະພາບວຽກງານເສນາທິການ, ຮັບໃຊ້ໃຫ້ປະທານ, ຮອງປະທານປະເທດກ່ວາອີກ.
ປີ 2017, ຫ້ອງວ່າການປະທານປະເທດກຳນົດສືບຕໍ່ປະຕິບັດດີບັນດາວຽກງານທຸກດ້ານທີ່ກ່ຽວຂ້ອງເຖິງບັນດາຂົງເຂດອຳນາດນິຕິບັນຍັດ; ອຳນາດບໍລິຫານ; ອຳນາດຕຸລະການ; ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ການທູດ; ການຈັດຕັ້ງບໍລິຫານ; ບໍລິຫານການເງິນ ແລະ ເອົາໃຈໃສ່ເບິ່ງແຍງຂະບວນການແຂ່ງຂັນຂອງບັນດາໝູ່ຄະນະໃນຫ້ອງວ່າການ. ໃນນັ້ນ ສືບຕໍ່ຍົກສູງຄຸນນະພາບວຽກງານຄົ້ນຄວ້າກ່ວາອີກ, ປະກອບຄຳເຫັນໃສ່ຮ່າງກົດໝາຍ; ລັດຖະບັນຍັດ; ເປັນເຈົ້າການແກ້ໄຂ, ແກ້ໄຂຢ່າງທັນການ, ຖືກຕາມຂັ້ນຕອນຂອງກົດໝາຍ…ສົມທົບກັບກະຊວງການຕ່າງປະເທດ ແລະ ບັນດາອົງການກ່ຽວຂ້ອງກະກຽມບັນດາເອກະສານ, ວຽງານພິທີການ, ພະລາທິການ, ຈັດຕັ້ງການຮັບໃຊ້ລາຍການເຄື່ອນໄຫວພົວພັນຕ່າງປະເທດຂອງປະທານປະເທດ, ຮອງປະທານປະເທດຢ່າງລອບຄອບຖີ່ຖ້ວນ, ພິເສດແມ່ນລາຍການເຄື່ອນໄຫວພົວພັນຕ່າງປະເທດຂອງປະທານປະເທດດ້ວຍບົດບາດເປັນປະເທດເຈົ້າພາບ APEC ປີ 2017 ເຊິ່ງຈັດຕັ້ງຢູ່ ຫວຽດນາມ.