ປະທານປະເທດເຂົ້າຮ່ວມລາຍການພົບປະແລກປ່ຽນກັບນັກທຸລະກິດຍິງຫວຽດນາມຍຸກສະໄໝໂຮ່ຈິມິນ
ລາຍການພົບປະແລກປ່ຽນກັບ
ນັກທຸລະກິດຍິງຫວຽດນາມຍຸກສະໄໝໂຮ່ຈິມິນ
(ພາບ: TTXVN)
(vovworld) - ລາຍການພົບປະແລກປ່ຽນກັບນັກທຸລະກິດຍິງຫວຽດນາມຍຸກສະໄໝໂຮ່ຈິມິນ ຖືກດຳເນີນໃນຕອນເຊົ້າວັນທີ 23/04, ຢູ່ຮ່າໂນ້ຍ, ເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 126 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ, ດ້ວຍການເຂົ້າຮ່ວມຂອງນັກທຸລະກິດຍິງກວ່າ 300 ຄົນທີ່ຕາງໜ້າໃຫ້ນັກທຸລະກິດຍິງພາຍໃນປະເທດນັບພັນຄົນ.
ອວຍພອນ 9 ໝູ່ຄະນະ ແລະ 79 ສ່ວນບຸກຄົນເຊິ່ງແມ່ນແມ່ຍິງດີເດັ່ນທີ່ເປັນກຽດໄດ້ຮັບການເຊີດຊູທີ່ລາຍການ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ຍ້ອງຍໍບັນດາຜົນງານ, ການປະກອບສ່ວນອັນໃຫຍ່ຫຼວງຂອງຖັນແຖວນັກທຸລະກິດຍິງ ແລະ ສະມາຄົມນັກທຸລະກິດຍິງ ຫວຽດນາມ ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ.
“ແມ່ຍິງຫວຽດນາມ ເປັນກຽດໄດ້ຮັບ 8 ຄຳຈາກປະທານໂຮ່ຈິມິນ ທີ່ວ່າ “ອົງອາດກ້າຫານ - ບໍ່ຍ້ອມຈຳນົນ, ສັດຊື່ບໍລິສຸດ, ວຽກບ້ານກໍເຮືອງ, ວຽກເມືອງກໍເດັ່ນ”. ໃນໄລຍະປ່ຽນແປ່ງໃໝ່, ດ້ວຍຄວາມເກັ່ງກາສາມາດ, ພູມປັນຍາ, ຄວາມຂະຫຍັນຂັນເຄື່ອນ ແລະ ຄຸນສົມບັດເປັນຄົນດູໝັ່ນຂະຫຍັນພຽນ, ແມ່ຍິງຫວຽດນາມ ຍາມໃດກໍ່ມານະພະຍາຍາມ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ສືບຕໍ່ມີການອຸທິສ່ວນ, ປະກອບສ່ວນຢ່າງໃຫຍ່ຫຼວງໃນທຸກຂົງເຂດ. ໃນນັ້ນ, ຖັນແຖວນັກທຸລະກິດຍິງ ໄດ້ເຕີບໃຫຍ່ຢ່າງບໍ່ຢຸດຢັ້ງໃນທຸກດ້ານ, ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ພັດທະນາເສດຖະກິດ, ສັງຄົມ, ສ້າງວຽກເຮັດງານທຳໃຫ້ຄົນງານ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ… ຢ່າງມີໄຊ”.