ປະທານປະເທດເຈີນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນປະຈຳຫວຽດນາມເຂົ້າຢ້ຽມອຳລາ

ປະທານປະເທດເຈີນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນປະຈຳຫວຽດນາມເຂົ້າຢ້ຽມອຳລາ - ảnh 1
(ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບ
ເອກອັກຄະລັດຖະທູດຍີ່ປຸ່ນປະຈຳຫວຽດນາມເຂົ້າຢ້ຽມອຳລາ)


(vovworld) - ຕອນ​ບ່າຍ​ວັນ​ທີ 27/09, ຢູ່ຮ່າ​ໂນ້ຍ, ທ່ານ​ປະ​ທາ​ນ​ປະ​ເທດ​ຫວຽດ​ນາມ ເຈີ​ນ​ດ້າຍກວາງ ໄດ້​ໃຫ້​ການ​ຕ້ອ​ນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ​ຍີ່​ປຸ່ນ ປະ​ຈຳ​ຫວຽດ​ນາມ Hiroshi Fukada ເຂົ້າ​ຢ້ຽມ​ອຳ​ລາ ເນື່ອງ​ໃນ​ໂອ​ກາດ​ສິ້ນ​ສຸດ​ໜ້າ​ທີ່​ປະ​ຕິ​ບັດ​ງານ​ຢູ່​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ເຈີນດ້າຍກວາງ ຖື​ວ່າ, ໃນ​ໄລ​ຍະ​ຜ່ານ​ມາ, ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ຍີ່​ປຸ່ນ ໄດ້​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່​ຢ່າງ​ແຮງ, ເລິກ​ເຊິ່ງ, ກວ້າງ​ຂວາງ ແລະ ແທ​ດ​ຈິງກວ່າ​ໃນ​ທຸກ​ຂົງ​ເຂດ. ທ່ານ​ປະ​ທານ​ປະ​ເທດ ເຊື່ອ​ໝັ້ນ​ວ່າ, ທ່ານ Hiroshi Fukada ຈະ​ສືບ​ຕໍ່ສວມ​ບົດ​ບາດ​ເປັນ​ຂົວ​ຕໍ່​ລະ​ຫວ່າງ​​ບັນ​ດາທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ 2 ປະ​ເທດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ.

        ສ່ວນ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທ​ູດ Hiroshi Fukada ຢືນ​ຢັນ​ວ່າ, ເຖິງວ່າ​ໄດ້​ສິ້ນ​ສຸດໜ້າ​ທີ່​ປະ​ຕິ​ບັດ​ງານ​ຢູ່​ຫວຽດ​ນາມ, ​ແຕ່ທ່ານຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ສ້າງ​ສາ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ