ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດສ.ເຊັກໂກເຂົ້າຢ້ຽມອຳລາ
|
(vovworld) – ຕອນເຊົ້າວັນທີ 29/12, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕ້ອນຮັບທ່ານ Martin Klepetko, ເອກອັກຄະລັດຖະທູດ ສ. ເຊັກໂກ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ ຫວຽດນາມ. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ: ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ ສ. ເຊັກໂກ ເຂົ້າມາຊອກຮູ້ຕະຫຼາດ, ກາລະໂອກາດທຳມາຫາກິນຢູ່ ຫວຽດນາມ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີວ່າ: ສ. ເຊັກໂກ ສືບຕໍ່ສະໜັບສະໜູນ, ຊຸກຍູ້ການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີລົບ (ອີຢູ), ເຊັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໂດຍໄວ ແລະ ຮັບຮູ້ກົດລະບຽບເສດຖະກິດການຕະຫຼາດຂອງ ຫວຽດນາມ. ຫວຽດນາມ ກຽມພ້ອມໜູນຊ່ວຍເພື່ອ ສ. ເຊັກໂກ ເພີ່ມທະວີການພົວພັນກັບ ອາຊຽນ ແລະ ບັນດາປະເທດສະມາຊິກ.
ສ່ວນທ່ານເອກອັກຄະລັດຖະທູດ Martin Klepetko ກໍ່ຂອບອົກຂອບໃຈບັນດາການຕີລາຄາຢ່າງຕັ້ງໜ້າຂອງທ່ານປະທານປະເທດ ທີ່ມີຕໍ່ຄວາມມານະພະຍາຍາມຂອງທ່ານໃນການເພີ່ມທະວີການພົວພັນມິດຕະພາບ ການຮ່ວມມືລະຫວ່າງ ສ. ເຊັກໂກ ແລະ ຫວຽດນາມ. ໃນໄລຍະຈະມາເຖິງ, 2 ຝ່າຍຕ້ອງຍູ້ແຮງການພົວພັນແລກປ່ຽນດ້ານວັດທະນະທຳເພື່ອປັບປຸງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ 2 ປະເທດ, ເພີ່ມທະວີການພົວພັນເສດຖະກິດ, ການຄ້າ ແລະ ການລົງທຶນເພື່ອເຮັດແນວໃດບັນລຸຄາດໝາຍເຊິ່ງ 2 ຝ່າຍພວມປາດຖະໜາ.