ປະທານປະເທດເຈີນດ້າຍກວາງເຂົ້າຮ່ວມການໂອ້ລົມສົນທະນາຮ່ວມມືເສດຖະກິດ,ການຄ້າຫວຽດນາມ-ຈີນ

(VOVWORLD) -ເນື່ອງໃນໂອກາດຢ້ຽມຢາມທາງລັດຖະກິດເຖິງສປ.ຈີນ ແລະ ເຂົ້າຮ່ວມເວທີປາໄສຂັ້ນສູງຮ່ວມມືສາກົນ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ”, ຕອນເຊົ້າວັນທີ 12 ພຶດສະພາ, ຢູ່ເຮືອນຮັບແຂກ ຕຽວຢຸຍທາຍ, ຢູ່ນະຄອນຫຼວງປັກກິງ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການໂອ້ລົມສົນທະນາຮ່ວມມືເສດຖະກິດ, ການຄ້າ ຫວຽດນາມ - ຈີນ 2017. 

ປະທານປະເທດເຈີນດ້າຍກວາງເຂົ້າຮ່ວມການໂອ້ລົມສົນທະນາຮ່ວມມືເສດຖະກິດ,ການຄ້າຫວຽດນາມ-ຈີນ - ảnh 1 (ທ່ານປະທານປະເທດ ເຈີນດ້າຍກວາງ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ)

ການໂອ້ລົມສົນທະນາໂດຍກະຊວງແຜນການ ແລະ ການລົງທຶນຫຽດນາມ, ກະຊວງການຄ້າຈີນ, ຄະນະກຳມະການສົ່ງເສີມການຄ້າສາກົນຈີນ ແລະ ກົມໃຫຍ່ການຄ້າຈີນ ປະຈຳຮົ່ງກົງ, ປະເທດຈີນ ສົມທົບກັນຈັດຕັ້ງ.

        ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານປະທານປະເທດ ເຈີນດ້າຍກວາງ ຢືນຢັນວ່າ, ຫວຽດນາມ ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນກັບຈີນ; ປາດຖະໜາວ່າ 2 ປະເທດສືບຕໍ່ເສີມຂະຫຍາຍບັນດາຜົນງານຮ່ວມມືໃນຊຸມປີຜ່ານມາ, ກ້າວໄປເຖິງການເປັນເຈົ້າການສ້າງທິດທາງ, ແຜນການ, ມາດຕະການແກ້ໄຂ ແລະ ຂົງເຂດຮ່ວມມືລະອຽດ ດ້ວຍວິໄສທັດຍຸດທະສາດໄລຍະຍາວ… ທ່ານປະທານປະເທດ ເຈີນດ້າຍກວາງ ຖືວ່າ, ປະຊາຄົມວິສາຫະກິດ 2 ປະເທດ ບໍ່ພຽງແຕ່ແມ່ນເຈົ້າຂອງ ຂອງວິວັດທະນາການຮ່ວມມືດ້ານເສດຖະກິດເທົ່ານັ້ນ, ຫາກຍັງປະກອບສ່ວນລິເລີມບັນດາແນວຄິດກະໂດດຂັ້ນ, ສ້າງກຳລັງໜູນໃໝ່ດ້ານການຄ້າ ແລະ ການລົງທຶນ…

        ໃນຂອບເຂດການໂອ້ລົມສົນທະນາ, ວິສາຫະກິດ 2 ປະເທດໄດ້ລົງນາມໃນຂໍ້ຕົກລົງຮ່ວມມືບາງສະບັບ ໃນຂົງເຂດ ແຈກຢ່າຍນ້ຳນົມ, ສ້າງຕັ້ງໂຮງງານຜະລິດເຂົ້າກະເບ້ຍ, ຜະລິດຊີມັງ, ການທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ