ປະທານປະເທດເຈີນດ້າຍກວາງເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ-ກຸຍບາ
(ທ່ານປະທານປະເທດເຈີນດ້າຍກວາງ
ເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ-ກຸຍບາ)
(vovworld) - ໂດຍສືບຕໍ່ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດຢ້ຽມຢາມສ.ກຸຍບາ ຢ່າງເປັນທາງການ. ຕອນເຊົ້າວັນທີ 17/11 (ຕາມເວລາກຸຍບາ), ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໄຂເວທີປາໄສວິສາຫະກິດຫວຽດນາມ - ກຸຍບາ ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ສົມທົບກັບສະຖານທູດຫວຽດນາມ ປະຈຳກຸຍບາ ແລະ ຫ້ອງການການຄ້າກຸຍບາ ຈັດຕັ້ງຢູ່ນະຄອນຫຼວງລາຮາວານ. ກ່າວຄຳເຫັນຕໍ່ໜ້າປະຊາຄົມວິສາຫະກິດ 2 ປະເທດ, ທ່ານປະທານປະເທດ ເຈີນດ້າຍກວາງ ເນັ້ນໜັກວ່າ: ຫວຽດນາມ ຕີລາຄາສູງເລື່ອງກຸຍບາ ເອົາໃຈໃສ່ຊຸກຍູ້ການພົວພັນ 2 ຝ່າຍໃນບັນດາຂົງເຂດກະສິກຳ, ການກໍ່ສ້າງ, ການສຶກສາ, ສາທາລະນະສຸກ… ທ່ານປະທານປະເທດ ຢືນຢັນວ່າ 2 ຝ່າຍໄດ້ຫັນດີເປັນເອກະພາບກັນສືບຕໍ່ສ້າງທຸກເງື່ອນໄຂສະດວກໃຫ້ວິສາຫະກິດໄດ້ສຳພັດກັບຕະຫຼາດ, ຜັນຂະຫຍາຍບັນດາສັນຍາ, ໂຄງການຮ່ວມມື, ໂດຍສະເພາະແມ່ນຫັນບັນດາໂຄງການລົງທຶນຂອງຫວຽດນາມ ຢູ່ເຂດພັດທະນາເຂດເສດຖະກິດພິເສດ Mariel ໃຫ້ປະກົດຜົນເປັນຈິງໂດຍໄວ.
“ຍາມໃດພັກ, ລັດ ແລະ ປະຊາຊົນ 2 ປະເທດ ກໍມີຄວາມຫວັງ ແລະ ປາດຖະໜາວ່າ ບັນດາວິສາຫະກິດຫວຽດນາມ, ກຸຍບາ ຈະສືບຕໍ່ເສີມຂະຫຍາຍຈິດໃຈເປັນເຂົ້າການ ແລະ ມີຫົວຄິດປະດິດສ້າງ, ມີໄຫວພິບ, ກຳແໜ້ນກາລະໂອກາດ ເພື່ອແນໃສ່ຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ການລົງທຶນອັນໃຫຍ່ຫຼວງລະຫວ່າງ 2 ປະເທດໃຫ້ມີປະສິດທິຜົນ; ພ້ອມທັງ, ໜູນຊ່ວຍກັນສຳພັດ, ແຊກແຊງເຂົ້າຕະຫຼາດ 2 ພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ອາເມລິກາລາຕິງ - ກາຣີເບ… ຕັ້ງໜ້າປະກອບສ່ວນເພື່ອນຳການພົວພັນຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ ໃຫ້ນັບມື້ນັບພັດທະນາ ຢ່າງເລິກເຊິ່ງ, ກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນ”.
ຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບລັດຖະມົນຕີກະຊວງຮ່ວມສຳພັນພາກພື້ນຂອງສ. Dominicana; ແລະໃນຕອນບ່າຍທ່ານປະທານປະເທດ ເຈີນດ້າຍກວາງ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ຫວຽດນາມ ໄດ້ໄປຢ້ຽມຢາມເຂດພັດກທະນາເສດຖະກິດພິເສດ Mariel.