ປະທານປະເທດເຈີນດ້າຍກວາງ ຢ້ຽມຢາມທາງລັດຖະກິດ ສ.ປ.ປ. ລາວ
ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດນະຄອນຫຼວງວຽງຈັນ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ສ.ປ.ປ. ລາວ |
(vovworld)- ຕອນເຊົ້າວັນທີ 12/6, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດນະຄອນຫຼວງວຽງຈັນ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ສ.ປ.ປ. ລາວແຕ່ວັນທີ 12-14/6 ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ປະທານປະເທດລາວ ບຸນຍັງ ວໍລະຈິດ. ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງ ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງໃນຖານະຕຳແໜ່ງໃໝ່. ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດຢູ່ສຳນັກງານປະທານປະເທດລາວ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ແລະ ທ່ານເລຂາທິການໃຫຍ່ ປະທານປະເທດລາວ ບຸນຍັງ ວໍລະຈິດ ໄດ້ດຳເນີນການເຈລະຈາ. ທ່ານເລຂາທິການໃຫຍ່ ປະທານປະເທດລາວ ບຸນຍັງ ວໍລະຈິດ ໄດ້ເນັ້ນໜັກວ່າ ການທີ່ ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງເລືອກເອົາປະເທດລາວແມ່ນປະເທດທຳອິດໃນການຢ້ຽມຢາມຕ່າງປະເທດພາຍຫຼັງດຳລົງຕຳແໜ່ງປະທານປະເທດ ໄດ້ສະແດງໃຫ້ເຫັນການຖືເປັນສຳຄັນ ແລະ ມີຄວາມຫວັງຢາກຮັດແໜ້ນການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ. ການຢ້ຽມຢາມລາວຄັ້ງນີ້ຂອງ ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຈະປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວໃຫ້ຂຶ້ນສູ່ລະດັບສູງໃໝ່.
ສ່ວນທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ໜ້າບັນດາຜົນງານອັນໃຫຍ່ຫຼວງທີ່ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າຍາດມາໄດ້ໃນໄລຍະທີ່ຜ່ານມາ ແລະ ເຊື່ອໝັ້ນວ່າ ປະເທດລາວຈະສືບຕໍ່ກ້າວຂຶ້ນຢ່າງໝັ້ນຄົງບົນເສັ້ນທາງສັງຄົມນິຍົມ.
ທີ່ການເຈລະຈາ, 2 ຝ່າຍໄດ້ພ້ອມກັນແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ແລະ ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນທີ່ 2 ຝ່າຍມີຄວາມສົນໃຈ.
ພາຍຫຼັງການເຈລະຈາ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ແລະ ທ່ານເລຂາທິການໃຫຍ່ ປະທານປະເທດລາວ ບຸນຍັງ ວໍລະຈິດ ໄດ້ເປັນສັກຂີພິຍານພິທີມອບຂອງຂວັນໂດຍການກໍ່ສ້າງໂຮງຮຽນຢູ່ແຂວງເຊກອງແຫ່ງ ສ.ປ.ປ. ລາວ