ປະທານປະເທດເຈືອງເຕິນຊາງຕ້ອນຮັບການນຳສະພາແຫ່ງຊາດບັນດາປະເທດ

ປະທານປະເທດເຈືອງເຕິນຊາງຕ້ອນຮັບການນຳສະພາແຫ່ງຊາດບັນດາປະເທດ - ảnh 1
ທ່ານປະທານ​ປະ​ເທດ​ ເຈືອງ​ເຕິ​ນຊາງ ຕ້ອນຮັບ
ທ່ານ​ປະທານ​ສະພາ​ຕຳ່ ອິ​ນໂດ​ເນ​ເຊຍ Setya Novanto
(ພາບ:TTXVN)


(vovworld) - ຕອນ​ເຊົ້າ​ວັນ​ທີ 30/3, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ການ​ນຳ​ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ຄະນະ​ສະມາຊິກ​ລັດຖະສະພາ​ບັນດາ​ປະ​ເທດ ອິນ​ໂດ​ເນ​ເຊຍ, ຮຸງ​ກາຣີ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ສະຫະພັນ ລັດຖະສະພາ​ສາກົນ​ຄັ້ງ​ທີ 132 (IPU-132) ຢູ່ ຮ່າ​ໂນ້ຍ. ທີ່​ການ​ຕ້ອນຮັບ​ທ່ານ​ປະທານ​ສະພາ​ຕຳ່ ອິ​ນໂດ​ເນ​ເຊຍ Setya Novanto, ທ່ານປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ ສະ​ເໜີ 2 ຝ່າຍ​ຄວນ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ຢ່າງ​ມີ​ປະສິດທິ​ຜົນ, ພິ​ເສດ​ແມ່ນ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ. ​ ຕີ​ລາຄາ​ສູງ​ບົດບາດ​ຂອງ ອິນ​ໂດ​ເນ​ເຊຍ ​ໃນ​ພາກ​ພື້ນ ​ແລະ ສາກົນ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ ຢືນຢັນ​ວ່າ: ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ ອິນ​ໂດ​ເນ​ເຊຍ ຊຸກຍູ້​ການ​ເຈລະຈາ​ການ​ກຳນົດ​ເສັ້ນ​ຊາຍ​ແດນ​ທາງ​ລະ​ເລ, ຊອກ​ຫາ​ສຽງ​ເວົ້າ​ລວມ​ໂດຍ​ໄວ, ​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ປະ​ເທດ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ ປາດ​ຖະໜາ​ວ່າ: 2 ອົງການ​ນິຕິບັນຍັດ ​ແລະ ປະຊາຊົນ 2 ປະ​ເທດ​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ສະໜິດຕິດ​ພັນ, ປະກອບສ່ວນ​ສຳຄັນ​ກ້າວໄປ​ເຖິງ​ຄາດໝາຍ​ສ້າງ​ຕັ້ງ​ປະຊາ​ຄົມ ອາ​ຊຽນ.

        ທີ່​ການ​ຕ້ອນຮັບ​ທ່ານ​ຮອງ​ນາຍົກລັດຖະມົນຕີຮຸງ​ກາຣີ Semjen Zsolt ​ແລະ ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຮຸງ​ກາຣີ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ ສະ​ເໜີ 2 ຝ່າຍຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ທີ່​ມີ​ຢູ່​ແລ້ວ ​ແລະ ສືບ​ຕໍ່​​ເພີ່ມ​ເຕີມ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ທີ່​ມີຄວາມ​ສາມາດ​ບົ່ມ​ຊ້ອນ, ​ເຊິ່ງ​ແມ່ນ​ທ່າ​ແຮງ​ຂອງ​ແຕ່ລະ​ປະ​ເທດ.

ຮ່ວາງ​ຢຸ້ງ, ນັກ​ຂ່າວ VOV

 

ຂ່າວ/ບົດ​ອື່ນ