(vovworld) – ວັນທີ 28/5, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໄດ້ໃຫ້ການຕ້ອນຮັບປະທານກຳມາທິການ ອາຊີ ຕາເວັນອອກ - ປາຊິກຟິກ, ສັງກັດກຳມາທິການ ການຕາງປະເທດ ສະພາສູງ ອາເມລິກາ Benjamin Cardin ພວມຢູ່ ຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈືອງເຕີນຊາງ ຊີ້ແຈ້ງວ່າ: ຫວຽດນາມ ພວມຜັນຂະຫຍາຍການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່. ຮັບຮູ້ບັນດາໝາກຜົນຂອງການເຮັດວຽກຕັ້ງໜ້າລະຫວ່າງປະທານກຳມາທິການ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ, ທ່ານປະທານປະເທດ ເຈືອງເຕີນຊາງ ເຊື່ອໝັ້ນວ່າ: ບັນດາການເຄື່ອນໄຫວຂອງ ທ່ານ Benjamin Cardin ຈະປະກອບສ່ວນເພີ່ມທະວີການພົວພັນ 2 ຝ່າຍ, ຊຸກຍູ້ການຮັບຮອງເອົາກົດລະບຽບການຕະຫຼາດກັບ ຫວຽດນາມ ຢ່າງຄົບຖ້ວນ.
ກ່ຽວກັບບັນຫາສິດທິມະນຸດ, ທ່ານປະທານປະເທດ ເຈືອງເຕີນຊາງ ຊີ້ແຈ້ງວ່າ: ໜຶ່ງໃນບັນດາຈຸດທີ່ສຳຄັນທີ່ສຸດໃນລັດຖະທຳມະນູນ ຫວຽດນາມ ແມ່ນເນັ້ນໜັກເຖິງການຮັບປະກັນສິດທິມະນຸດ.
ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານປະທານປະເທດ ເຈືອງເຕີນຊາງ ປາດຖະໜາຢາກໃຫ້ສະພາແຫ່ງຊາດ ອາເມລິກາ ສືບຕໍ່ສະໜັບສະໜູນສຳລັບເລື່ອງຮັບປະກັນປະຕິບັດສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ແລະ ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ພ້ອມທັງແລກປ່ຽນຈິດໃຈນີ້ກັບບັນດາປະເທດອື່ນໆອີກ.
ທ່ານສະມາຊິກສະພາສູງ Cardin ປະກາດວ່າ: ຫວ່າງແລ້ວນີ້ກຳມາທິການ ການຕ່າງປະເທດ ສະພາສູງ ອາເມລິກາ ໄດ້ຕັດສິນ, ຄັດຄ້ານການກະທຳມີລັກສະນະເກາະພິດຂອງ ຈີນ, ທີ່ຕັ້ງຮ້ານເຈາະນ້ຳມັນ ໄຮຢາງ 981 ໃນເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງ ຫວຽດນາມ. ສິ່ງດັ່ງກ່າວບໍ່ພຽງແຕ່ນາບຂູ່ເຖິງຄວາມສະຫງົບຂອງຫວຽດນາມ ເທົ່ານັ້ນ, ຫາກຍັງນາບຂູ່ເຖິງຄວາມສະຫງົບປອດໄພ, ຄວາມປອດໄພໃນການເດີນທະເລຂອງທັງພາກພື້ນ, ສົ່ງຜົນສະທ້ອນເຖິງບັນດາຜົນປະໂຫຍດຂອງອາເມລິກາ ອີກດ້ວຍ. ທ່ານ Cardin ກໍ່ໃຫ້ຮູ້ວ່າ ກຳມາທິການ ການຕາງປະເທດ ສະພາສູງ ອາເມລິກາ ໄດ້ຮັບຮອງເອົາມະຕິໜຶ່ງ ຄັດຄ້ານບັນດາການກະທຳພຽງລຳພັງຝ່າຍດຽວຂອງຈີນ ຢູ່ທະເລຕາເວັນອອກ ແລະ ມະຕິດັ່ງກ່າວຈະໄດ້ຍື່ນສະເໜີຕໍ່ສະພາສູງອາເມລິກາ ພິຈາລະນາ ໃນໄລຍະຈະມາເຖິງ.