(vovworld) – ທີ່ການຕ້ອນຮັບທ່ານ Stefan Harabin, ປະທານສານສູງສຸດ Slovakia ໃນຕອນບ່າຍວັນທີ 3/6, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ຊີ້ແຈ້ງວ່າ: ຫວຽດນາມ ພວມປະຕິບັດບາດກ້າວປະຕິຮູບຕຸລາການຫຼາຍຢ່າງ, ຕາມນັ້ນແລ້ວ, ນັບມື້ນັບຢັ້ງຢືນບົດບາດໃຈກາງຂອງສານໃນການພິພາກສາ. ທ່ານປະທານປະເທດ ເຊື່ອໝັ້ນວ່າ: ບັນດາບົດຮຽນຈາກເພື່ອນຮ່ວມງານທີ່ມາຈາກປະເທດທີ່ມີພື້ນຖານຕຸລາການຍາວນານຈະຊ່ວຍໃຫ້ຂະແໜງສານ ຫວຽດນາມ ຮັບເອົາບົດຮຽນດ້ານທິດສະດີ ແລະ ພືດທິກຳຕົວຈິງທີ່ມີຜົນປະໂຫຍດ. ທ່ານ Stefan Harabin ຕີລາຄາສູງບັນດາບາດກ້າວໃນການຮ່ວມມືລະຫວ່າງ 2 ປະເທດ ພິເສດແມ່ນກ່ຽວກັບດ້ານຕຸລາການ, ທ່ານກໍ່ເນັ້ນໜັກວ່າ: Slovakia ຖືເປັນສຳຄັນການພົວພັນກັບ ຫວຽດນາມ ແລະ ຖືວ່າພ້ອມກັບບັນດາຜົນສຳເລັດກ່ຽວກັບການປະຕິຮູບດ້ານເສດຖະກິດ, ບັນດາການເຄື່ອນໄຫວດຳເນີນຄະດີ, ພິພາກສາຂອງ ຫວຽດນາມ ມີການປ່ຽນໃໝ່ຫຼາຍຢ່າງ, ເໝາະສົມກັບສະພາບການ , ພິເສດແມ່ນການປັບປຸງລັດຖະທຳມະນູນປີ 2013. ທ່ານປະທານສານສູງສຸດ Stefan Harabin ກໍ່ສະແດງຄວາມນັບຖືມູນເຊື້ອ ແລະ ຄວາມອົງອາດກ້າຫານຂອງປະຊາຊົນ ຫວຽດນາມ ໃນອະດີດຕະການ, ກໍ່ຄືໃນການເຄື່ອນໄຫວປົກປັກຮັກສາອະທິປະໄຕໃນປະຈຸບັນ, ທ່ານຍັງໄດ້ແຈ້ງໃຫ້ທ່ານປະທານປະເທດ ເຈືອງເຕີນຊາງ ຮັບຊາບກ່ຽວກັບບັນຫາເນຶ້ອໃນຕົ້ນຕໍໃນບົດບັນທຶກຊ່ວຍຈຳທີ່ລົງນາມກັບຂະແໜງສານ ຫວຽດນາມ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າການຮ່ວມມື, ບຳລຸງສ້າງພະນັກງານສານລະຫວ່າງ 2 ປະເທດ ຈະສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງສະດວກ. ພາຍຫຼັງການຢ້ຽມຢາມ ຫວຽດນາມ ຄັ້ງນີ້, ທ່ານປະທານສານ Stefan Harabin ເອງຈະແລກປ່ຽນໂດຍກົງກັບນາຍົກລັດຖະມົນຕີ Slovakia, ເພື່ອປະຕິບັດບັນດາຂໍ້ຕົກລົງຢ່າງລະອຽດ ໃນນັ້ນມີການພິຈາລະນາຈະໜູນຊ່ວຍ ODA ໃນຂົງເຂດຕຸລາການໃຫ້ແກ່ ຫວຽດນາມ.