ປະທານປະເທດເຈືອງເຕີນຊາງຕ້ອນຮັບຮອງນາຍົກລັດຖະມົນຕີຈີນ

ປະທານປະເທດເຈືອງເຕີນຊາງຕ້ອນຮັບຮອງນາຍົກລັດຖະມົນຕີຈີນ - ảnh 1
ປະທານປະເທດເຈືອງເຕີນຊາງຕ້ອນຮັບຮອງນາຍົກລັດຖະມົນຕີຈີນ
(ພາບ: Nguyễn Khang – TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 17/7, ທີ່​ການ​ຕ້ອນ​ຮັບ​ກຳ​ມະ​ການ​ຜູ້​ປະ​ຈຳ​ການ​ກົມ​ການ​ເມືອງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ຈາງ​ກາວ​ລີພວມ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ: ການ​ຢ້ຽມ​ຢາມ​ຂອງ​ທ່ານ ຈາງ​ກາວ​ລີມີ​ຄວາມ​ໝາຍ​ສຳ​ຄັນ, ຖືກ​ດຳ​ເນີນ​​ໃນ​ປີ ທີ່ 2 ປະ​ເທດສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ. ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຖື​ວ່າ: ໃນ​ສະ​ພາບ​ການ​ສາ​ກົນ ແລະ ພາກ​ພື້ນ​ມ​ີ​ການ​ຜັນ​ແປ​ໄປ​ຢ່າງສັບ​ສົນ​ຄື​ປະ​ຈຸ​ບັນ, ເພື່ອ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ພັດ​ທະ​ນາ​ຢ່າງ​ປອດ​ໄສ, ສະ​ຖຽນ​ລະ​ພາບ, ຍາວ​ນານ, ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ເພີ່ມ​ທະ​ວີ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ດ້ານ​ການ​ເມືອງ​ບົນ​ພື້ນ​ຖານ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ລະ​ຫວ່າງ 2 ປະ​ເທດຢ່າງ​ຖືກ​ຕ້ອງ​.

        ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ຈາງ​ກາວ​ລີ ຊ​ີ້​ແຈ້ງ​ຈຸດ​ປະ​ສົງ​ຂອງ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຄັ້ງ​ນີ້​ຂອງ​ທ່ານ​ແມ່ນ​ເພື່ອ​ແນ​ໃສ່​ພ້ອມ​ກັບ​ລັດ​ຖະ​ບານ ຫວຽດ​ນາມ ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ບັນ​ດາ​ຂໍ​້​ຕົກ​ລົງ​ຂອງ​ການ​ນຳ​ຂັ້ນ​ສ​ູງ 2 ປະ​ເທດ. ກ່ຽວ​ກັບ​ບັນ​ຫາ​ບົນ​ທະ​ເລ, 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ບໍ່​ເປີດ​ກ້​ວາງ​ການ​ຂັດ​ແຍ້ງ​ກັນ, ບໍ່​ເຮັດ​ໃຫ້​ເພີ່ມ​ຄວາມ​ເຄັ່ງ​ຕຶງ, ແກ້​ໄຂ​ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ ແລະ ພ້ອມ​ກັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ມີ​ຄວາມ​ສະ​ດຸງ​ໄວ​ໜ້ອຍ​ບົນ​ທະ​ເລ, ນຳ​ການ​ພົວ​ພັນ ຈີນ - ຫວຽດ​ນາມ ພັດ​ທະ​ນາ​ສະ​ຖຽນ​ລະ​ພາບ, ຍາວ​ນານ.


ຂ່າວ/ບົດ​ອື່ນ