ປະທານປະເທດເຈືອງເຕີນຊາງພົບປະກັບຄົນງານດີເດັ່ນຂະແໜງນ້ຳມັນອາຍແກສ

ປະທານປະເທດເຈືອງເຕີນຊາງພົບປະກັບຄົນງານດີເດັ່ນຂະແໜງນ້ຳມັນອາຍແກສ - ảnh 1
ປະທານປະເທດເຈືອງເຕີນຊາງພົບປະກັບຄົນງານດີເດັ່ນຂະແໜງ
ນ້ຳມັນອາຍແກສ

(vovworld) - ທີ່​ການ​ພົບ​ປະ​ໃນ​ຕອນ​ບ່າຍ​ວັນ​ທີ 18/5, ບັນ​ດາ​ຜູ້​ແທນ​ໄດ້​ລາຍ​ງານ​ຕໍ່​ປະ​ທານ​ປະ​ເທດ ກ່ຽວ​ກັບ​ຜົນ​ງານ​ໃນ​ການ​ແຂ່ງ​ຂັນ “ຄົນ​ງານ​ເກັ່ງ”, “ຄົນງານ​ມີ​ຫົວ​ຄິດ​ປະ​ດິດ​ສ​້າງ” ແຂ່ງ​ຂັນ “​ສຳ​ເລັດ​ຜົນ​ໂດຍ​ໄວ”, ປະ​ຕິ​ບັດ​ການ​ປະ​ຕິ​ຮູບ​ດ້ານບໍ​ລິ​ຫານ, ປະ​ຕິ​ບັດ​ການ​ປະ​ຢັດ, ຕ້ານ​ການ​ຟຸມ​ເຟືອຍ, ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ທານ ໂຮ່​ຈີ​ມິນ. ອວຍ​ພອນ ແລະ ຍ້ອງຍ​ໍ​ຊົມ​ເຊີຍ​ບັນ​ດາ​ແບບ​ຢ່າງ​ຄົນ​ງານ​ດີ​ເດັ່ນ, ທ່ານ​ປະ​ທານ​ປະ​ເທດ ຖື​ວ່າ​ຂະ​ແໜງ​ນ້ຳ​ມັນ​ອາຍ​ແກ​ສ ຈັດ​ຕັ້ງ​ພິ​ທີ​ຍ້ອງ​ຍໍ​ຊົມ​ເຊີຍ​ຄົນ​ງານ​ຂະ​ແຫຼງ​ນ້ຳ​ມັນ​ອາຍ​ແກ​ສ​ດີ​ເດັ່ນ ແລະ ບັນ​ດາ​ໝູ່​ຄະ​ນະ, ສ່ວນ​ບຸກ​ຄົນ​ດີ​ເດັ່ນ​ໃນ​ການ​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 03 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ສືບ​ຕໍ່​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແບບ​ຢ່າ​ງ​ຄຸນ​ສົມ​ບັດ ໂຮ່​ຈີ​ມິນ ແມ່ນ​ວຽກ​ງານ​ມີ​ຄວາມ​ໝາຍ​ທີ່​ສ​ຸດ ​ກົງ​ກັບ​ໂອ​ກາ​ດ​ສະ​ເຫຼີມ​ສະ​ຫຼອງ 125 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ ໂຮ່​ຈີ​ມິນ. ທ່ານ​ປະ​ທານ​ປະ​ເທດ ເຈືອ​ງ​ເຕີນ​ຊາງ ໃສ່​ໃຈ​ໃນ​ສະ​ພາບ​ການ​ເຊື່ອມ​ໂຍງ, ຂະ​ແໜງ​ນ້ຳ​ມັນ​ອາຍ​ແກ​ສ​ຕ້ອງ​ສືບ​ຕໍ່​ບື່ນ​ຕົວ​ຂຶ້ນ​ປ່ຽນ​ໃໝ່​ເຕັກ​ໂນ​ໂລຢ​ີ, ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ເປີດ​ກ້​ວາງ​ການ​ຮ່ວມ​ມື​ກັບ​ປະ​ເທດ​ຕ່າງໆ, ພ້ອມ​ທັງ​ເປັນ​ເສ​ນາ​ທິ​ການ​ໃຫ້​ແກ່​ພັກ, ລັດ​ກ່ຽວ​ກັບ​ຍຸດ​ທະ​ສາດ​ສຳ​ລັບ​ຂະ​ແໜງ​ນ້ຳ​ມັນ​ອາຍ​ແກ​ສ ເພື່ອ​ນຳ​ຂະ​ແໜງ​ນ້ຳ​ມັນ​ອາຍ​ແກ​ສ​ກາຍ​ເປັນ​ຂະ​ແໜງ​ເສດ​ຖະ​ກິດ​ປາຍ​ແຫຼມ​ຢ່າງ​ແທດ​ຈິງ, ປະ​ກອບ​ສ່ວນ​ໃຫ້​ການ​ພັດ​ທະ​ນາ​ລ​ວມ​ຂອງ​ປະ​ເທດ​ຊາດ.

 

ຂ່າວ/ບົດ​ອື່ນ