ປະທານປະເທດເຈືອງເຕິນຊາງພົບປະເຈລະຈາກັບນາຍົກລັດຖະມົນຕີສ.ອາເຊັກໄບຢານ
ທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງ ແລະ
ທ່ານນາຍົກລັດຖະມົນຕີ ອາຢັກໄບຢານ Artur Rasizade
(ພາບ: TTXVN)
(vovworld) – ໃນຂອບເຂດການຢ້ຽມຢາມ ສ.ອາເຊັກໄບຢານ ຢ່າງເປັນທາງການ, ຕອນບ່າຍວັນທີ 14/5, ທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ອາຢັກໄບຢານ Artur Rasizade. ທີ່ການພົບປະ, 2 ຝ່າຍຕີລາຄາການພົວພັນດ້ານການເມືອງ ລະຫວ່າງ 2 ປະເທດ ໄດ້ຮັບການເພີ່ມທະວີຜ່ານການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ການຮ່ວມມືດ້ານເສດຖະກິດ-ການຄ້າພັດທະນາຢ່າງຕັ້ງໜ້າ. ທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງ ແລະ ທ່ານນາຍົກລັດຖະມົນຕີ ອາເຊັກໄບຢານ Artur Rasizade ເຫັນດີເປັນເອກະສັນຊຸກຍູ້ການຮ່ວມມືໃນບັນດາຂົງເຂດເສດຖະກິດ-ການຄ້າກ່ວາອີກ, ເພີ່ມທະວີດ້ານການຄ້າ, ສ້າງເງື່ອນໄຂໃຫ້ສິນຄ້າ 2 ປະເທດແຊກຊຶມເຂົ້າຕະຫຼາດຂອງກັນ, ຍູ້ແຮງການຮ່ວມມືໃນຂົງເຂດພະລັງງານ-ນ້ຳມັນອາຍແກສ, ຖືນີ້ແມ່ນຈຸດສຸມໃນການຮ່ວມມືດ້ານເສດຖະກິດຂອງ 2 ປະເທດ ໃນໄລຍະຈະມາເຖິງ.
ແລະກໍໃນຕອນບ່າຍວັນທີ 14/5, ທ່ານປະທານປະເທດຫວຽດນາມ ເຈືອງເຕິນ ຊາງ ແລະ ພັນລະຍາ ໄດ້ໄປວາງພວງມາລາຢູ່ອະນຸສາວະລີທ່ານອະດີດປະທານາທິບໍດີ ອາເຊັກໄບຢານ Heydar Aliyev ແລະ ອະນຸສາວະລີບັນດານັກຮົບນິລະນາມ. ທ່ານປະທານປະເທດ ເຈືອງເຕິນຊາງ ຍັງມີການພົບປະກັບບັນດາສາດສະດາຈານ, ນັກຊ່ຽວຊານນ້ຳມັນອາຍແກສ, ນາຍທະຫານກອງທັບເຮືອ ທີ່ເຄີຍບຳລຸງສ້າງພະນັກງານ ກໍຄືດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ. ນະທີ່ນີ້, ທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງ ຂອບອົກຂອບໃຈບັນດານ້ຳໃຈ ແລະ ການຊ່ວຍເຫຼືອໃນຫຼາຍຂົງເຂດຂອງບັນດາເພື່ອນມິດ ອາ ເຊັກໄບຢານ ລຸ່ນຕ່າງໆ. ທ່ານກໍປາດຖະໜາວ່າ: ອາເຊັກໄບຢານ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການບຳລຸງສ້າງນັກຊ່ຽວຊານ, ຊ່ວຍໃຫ້ອຸດສາຫະກຳນ້ຳມັນອາຍແກສຂອງ ຫວຽດນາມ ເຄື່ອນໄຫວໝັ້ນຄົງ ແລະ ປະສົບຜົນສຳເລັດຢູ່ ອາເຊັກໄບຢານ.
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 14/5 (ຕາມເວລາທ້ອງຖິ່ນ), ທ່ານປະທານປະເທດ ເຈືອງເຕີນຊາງ ມີການພົບປະກັບທ່ານປະທານສະພາແຫ່ງຊາດ ອາເຊັກໄບຢານ Ogtay Asadov. ທີ່ການພົບປະ, ທ່ານປະທານປະເທດ ເຈືອງເຕີນຊາງ ຢັ້ງຢືນວ່າ: ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນມີ ສ. ອາເຊັກໄບຢານ. ທ່ານປະທານປະເທດ ຖືວ່າ: 2 ຝ່າຍອາດຈະເພີ່ມທະວີການຮ່ວມມືໃນຂົງເຂດມີທ່າແຮງ… ທ່ານປະທານສະພາແຫ່ງຊາດ Ogtay Asadov ເຊື່ອໝັ້ນວ່າ: ການຮ່ວມມື 2 ຝ່າຍລະຫວ່າງ 2 ປະເທດຈະນັບມື້ນັບມີປະສິດທິຜົນ ແລະ ແທດຈິງ, ປະກອບສ່ວນສຳຄັນເຂົ້າໃນພາລະກິດພັດທະນາຢູ່ແຕ່ລະປະເທດ, ຕອບສະໜອງຄວາມຮຽກຮ້ອງ ແລະ ຄວາມມຸ່ງມາດປາດຖະໜາຂອງ 2 ຊາດ, ຍົກສູງບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ແລະ ອາແຢກໄບຢານ ໃນພາກພື້ນ ແລະ ໃນໂລກ.