ປະທານປະເທດເຈືອງເຕີ໋ນຊາງຢ້ຽມຢາມມະຫາວິທະຍາໄລຫວຽດນາມ-ເຢຍລະມັນ

ປະທານປະເທດເຈືອງເຕີ໋ນຊາງຢ້ຽມຢາມມະຫາວິທະຍາໄລຫວຽດນາມ-ເຢຍລະມັນ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ລົງ​ຢ້ຽ​ມຢາມ​
ມະຫາວິທະຍາ​ໄລ ຫວຽດນາມ - ​ເຢຍລະ​ມັນ ຢູ່​ແຂວງ ບິ່ງ​ເຢືອງ
(ພາບ: ThanhVu/TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 4/10, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ໄດ້ລົງ​ຢ້ຽ​ມຢາມ​ມະຫາວິທະຍາ​ໄລ ຫວຽດນາມ - ​ເຢຍລະ​ມັນ ຢູ່​ແຂວງ ບິ່ງ​ເຢືອງ. ນີ້​ແມ່ນ​ມະຫາວິທະຍາ​ໄລ​ພາກ​ລັດ​ແຫ່ງທຳ​ອິດ, ຂຶ້ນ​ກັບໂຄງການ​ກໍ່ສ້າງ​ມະຫາວິທະຍາ​ໄລຕາມ​ຮູບ​ແບບ​​ໃໝ່ ບົນ​ພື້ນຖານ​ການ​ຮ່ວມ​ມືກັບປະ​ເທດ​ຄູ່​ຮ່ວມ​ມື. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຕີ​ລາຄາ​ສູງ​ຈິດ​ໃຈ​ຮ່ວມ​ມື ​ແລະ ໜູນ​ຊ່ວຍ​ຂອງ ​ສາ​ທາລະນະ​ລັດ ສະຫະພັນ ເຢຍລະ​ມັນ, ພິ​ເສດ​ແມ່ນ​ກະຊວງວິທະຍາສາດ ​ແລະ ສິລະ​ປະ ລັດ Hessen. ປະຈຸ​ບັນ​ພວມ​ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ມີ​ຄວາມ​ຫວັງຢາກ​ລົງທຶນ, ຮ່ວມສຳພັນ​ກັບ​ມະຫາວິທະຍາ​ໄລ ຫວຽດນາມ - ​ເຢຍລະ​ມັນ. ສິ່ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ ຄວາມ​ໄວ້​ເນື້ຶອ​ເຊື່​​ອ​ໃຈ​ຂອງ​ພວກ​ເຂົາ​ເຂົ້າທີ່​ມີ​ຕໍ່​​ການ​ພັດທະນາຢ່າງ​ແຂງ​ແຮງ​ຂອງ​ໂຮງຮຽນ​​ໃນ​ອະນາ​ຄົດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ​ພວມ​ມີ​ການ​ແຂ່ງຂັນ​ເປັນ​ໜ້າ​ຈັບ​ໃຈ​ລະຫວ່າງ​ບັນດາ​ໂຮງຮຽນ​ຮ່ວມ​ສຳພັນ​ລະຫວ່າງ ຫວຽດນາມ ກັບ​ຕ່າງປະ​ເທດ​ຄື: ​ເຢຍລະ​ມັນ, ອັງ​ກິດ, ຝະລັ່ງ, ຍີ່ປຸ່ນ ​ແລະ ອາ​ເມ​ລິ​ກາ. ຫວຽດນາມ ພວມ​ຢູ່ໃນ​ວິວັດ​ການ​ປະຕິ​ຮູບ​ດ້ານ​ສຶກສາ, ​ໃນ​ນັ້ນ​ມີ​ການ​ປະຕິ​ຮູບ​ທາງ​ດ້ານ​ການ​ເງິນ​ຢູ່​ບັນດາ​ໂຮງຮຽນ​ພາກ​ລັດ​ເພື່ອ​ຂະຫຍັນ​ຂັນ​​ເຄື່ອນ​ກ່ວາ, ​ເພື່ອ​ເຮັດ​​ແນ​ວໃດມີ​ແຫຼ່ງຊັບພະຍາກອນ​ມະນຸດ​ອຸດົມສົມ​ບູນ, ຕອບສະໜອງ​ໄດ້​ຕາມພາລະກິດ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ຂອງ ຫວຽດນາມ”.

        ມະຫາວິທະຍາ​ໄລ ຫວຽດນາມ - ​ເຢຍລະ​ມັນ ​ໄດ້​ຮັບ​ການສ້າງ​ຕັ້ງ​ປີ 2008, ຕາມ​ແຜນ​ການ, ມະຫາວິທະຍາ​ໄລ ຫວຽດນາມ - ​ເຢຍລະ​ມັນ ຈະ​ບຳລຸງ​ສ້າງນັກ​ສຶກສາ​ປະມານ 12000 ຄົນ​ທັງ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ສາກົນ​ໃນ​ປີ 2030.

 

 

 

ຂ່າວ/ບົດ​ອື່ນ