(vovworld) - ວັນທີ 11/07, ທ່ານປະທານປະເທດ ເຈືອງເຕິນຊາງ ແລະ ຄະນະປະຕິບັດງານສູນກາງໄດ້ລົງກວດກາໂຄງການກໍ່ສ້າງເຂດອະນຸສາວະລີນັກຮົບ ກາກມາ ຢູ່ນະຄອນ ກາມແຣງ. ໂຄງການຖືກກໍ່ສ້າງໃນເນື້ອທີ່ 2,5 ເຮັກຕາ, ກິດຈະກຳໂດຍສະຫະພັນໃຫຍ່ແຮງງານຫວຽດນາມ ປຸກລະດົມ ດ້ວຍແຫຼ່ງທຶນແມ່ນການບໍລິຈາກຂອງອົງການຈັດຕັ້ງກຳມະບານ ແລະ ຄົນງານໃນທົ່ວປະເທດ. ເມື່ອແລກປ່ຽນກັບຜູ້ຕາງໜ້າຄະນະຄຸມຄອງໂຄງການ, ທ່ານປະທານປະເທດ ເນັ້ນໜັກວ່າ, ເຂດອະນຸສາວະລີນັກຮົບ ກາກມາ ແມ່ນກິດຈະກຳມິຄວາມໝາຍຕອບບຸນແທນຄຸນ ແລະ ຈານຶກບຸນຄູນບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດ ໃນການຕໍ່ສູ້ປົກປັກຮັກສາໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດ ເມື່ອວັນທີ 14/03/1988. ເລື່ອງກໍ່ສ້າງກິດຈະກຳຕ້ອງຮັບປະກັນຄວາມຄືບໜ້າ, ມີຄຸນະພາບ, ສວຍງາມ ແລະ ເຄັ່ງຂຶມເພື່ອແນໃສ່ສະແດງຄວາມເຄົາລົບ ແລະ ຮູ້ບຸນຄູນບັນດາວິລະຊົນນັກຮົບກອງທັບເຮືອທີ່ເສຍສະຫຼະຊີວິດເພື່ອຊາດ, ພ້ອມທັງປະກອບສ່ວນສຶກສາມູນເຊື້ອ, ເພີ່ມພູນນ້ຳໃຈຮັກຊາດ, ເຈດຈຳນົງບໍ່ຍ້ອມຈຳນົນອົງອາດກ້າຫານຂອງຊາດຫວຽດນາມ ໃນພາລະກິດປົກປັກຮັກສາອະທິປະໄຕທີ່ສັກກະລະບູຊາຂອງປະເທດຊາດ ໃຫ້ລຸ່ນປະຈຸບັນ ແລະ ໃນພາຍພາກໜ້າ.