ປະທານປະເທດເຈືອງເຕີນຊາງອວຍພອນກຳລັງປ້ອງກັນຄວາມສະຫງົບ ໃນໂອກາດບຸນເຕັດ
ທ່ານປະທານປະເທດເຈືອງເຕີນຊາງ
ຢູ່ກົມປ້ອງກັນຄວາມສະຫງົບສັງຄົມ
(ພາບ:vov.vn)
(vovworld) - ຕອນເຊົ້າວັນທີ 5/2, ທ່ານປະທານປະເທດເຈືອງເຕີນຊາງ ໄດ້ໄປຢ້ຽມຢາມກົມປ້ອງກັນຄວາມສະຫງົບສັງຄົມ ແລະ ກົມຕຳຫຼວດສືບສວນອາດຊະຍາກຳຢາເສບຕິດໃນໂອກາດບຸນເຕັດ. ທ່ານປະທານປະເທດເຈືອງເຕີນຊາງ ຖືວ່າ: ໃນສະພາບປະເທດຊາດນັບມື້ນັບຈະມີບັນດາການເຄື່ອນໄຫວພົວພັນພາຍໃນ ແລະ ຕ່າງປະເທດຫຼາຍຂຶ້ນຕື່ມ, ບົດບາດຂອງຂະແໜງປ້ອງກັນຄວາມສະຫງົບຍິ່ງມີຄວາມສຳຄັນກ່ວາອີກ. ກົມປ້ອງກັນຄວາມສະຫງົບສັງຄົມຕ້ອງຊາບຊືມ ແລະ ຜັນຂະຫຍາຍບັນດາມະຕິ, ຄຳສັ່ງ, ໂຄງການປະຕິບັດງານຂອງກະຊວງ, ກົມໃຫ່ຍ, ດັດສົມບັນດາຈຸດໝາຍ, ຄຳຮຽກຮ້ອງຕ້ອງການ, ເປັນເຈົ້າການກຳສະພາບການ, ເປັນເສນາທິການແນະນຳ ແລະ ຜັນຂະຫຍາຍປະຕິບັດບັນດາແຜນການຕໍ່ສູ້…
ເມື່ອໄປຢ້ຽມຢາມ ແລະ ອວຍພອນພະນັກງານນັກຮົບກົມຕຳຫຼວດສືບສວນອາດຊະຍາກຳຢາເສບຕິດໃນໂອກາດບຸນເຕັດ, ທ່ານປະທານປະເທດເຈືອງເຕີນຊາງ ຢືນຢັນວ່າ: ພັກ, ລັດໄດ້ສ້າງທຸກເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ພະນັກງານນັກຮົບກຳລັງຕຳຫຼວດສືບສວນອາດຊະຍາກຳຢາເສບຕິດ ປະຕິບັດໜ້າທີ່ເປັນຢ່າງດີ. ທ່ານເນັ້ນໜັກວ່າ: ພ້ອມກັບການຊຸກຍູ້ການເຕີບໂຕເສດຖະກິດ, ໜ້າທີ່ຮັບປະກັນຄວາມປອດໄພທາງສັງຄົມແມ່ນບໍ່ໄດ້ຖືເບົາ. ອົງຄະນະພັກ, ການນຳກົມຕຳຫຼວດສືບສວນອາດຊະຍາກຳຢາເສບຕິດຄວນສືບຕໍ່ຊີ້ນຳກຳລັງເສີມຂະຫຍາຍບົດບາດທົ່ວປວງຊົນເຂົ້າຮ່ວມການຕໍ່ສູ້ປ້ອງກັນ ແລະ ຕ້ານອາດຊະຍາກຳ.