ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງ70ປີແຫ່ງວັນຂະແໜງຮັບໃຊ້ການອຸປະໂພກບໍລິໂພກຂອງທະຫານ
(ພິທີຕ້ອນຮັບຫຼຽນໄຊວິລະກຳຊັ້ນ 2)
(vovworld) – ຕອນເຊົ້າວັນທີ 23/03, ເມື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງ ວັນສ້າງຕັ້ງຂະແໜງຮັບໃຊ້ການອຸປະໂພກບໍລິໂພກຂອງທະຫານ (25/03/1946 – 25/03/2016) ແລະ ຕ້ອນຮັບຫຼຽນໄຊວິລະກຳຊັ້ນ 2 ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຊົມເຊີຍ ແລະ ຍ້ອງຍໍບັນດາຜົນງານ ແລະ ການປະກອບສ່ວນຢ່າງໃຫຍ່ຫຼວງຂອງຂະແໜງຮັບໃຊ້ດ້ານວັດຖຸໃນຊີວິດປະທຳວັນຂອງທະຫານ ໃນ 70 ປີຜ່ານມາ. ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ.
“ຂະແໜງຮັບໃຊ້ການອຸປະໂພກບໍລິໂພກຂອງທະຫານຕ້ອງຊາບຊຶມແນວທາງ, ທັດສະນະຂອງພັກ ແລະ ລັດກ່ຽວກັບການຕໍ່ສູ້ປະຊາຊົນ, ປ້ອງກັນຊາດທົ່ວປວງຊົນ, ພະລາທິການປະຊາຊົນຢ່າງເລິກເຊິ່ງ; ຜັນຂະຫຍາຍການປະຕິບັດມະຕິຂອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທິ 12 ຂອງພັກ, ມະຕິສູນກາງຄັ້ງທີ 8 ຊຸດທີ 11 ກ່ຽວກັບ “ຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່”; ບົນພື້ນຖານກຳແໜ້ນຄວາມຮຽກຮ້ອງປົກປັກຮັກສາປະເທດຊາດ, ໜ້າທີ່ການທະຫານ - ປ້ອງກັນປະເທດ ເພື່ອກຳແໜ້ນທິດທາງ, ໜ້າທີ່ວຽກງານຮັບປະກັນການຮັບໃຊ້ດ້ານວັດຖຸໃນຊີວິດປະຈຳວັນໃນສະພາບການໃໝ່”.
ປະທານປະເທດກໍສະເໜີໃຫ້ຂະແໜງຮັບໃຊ້ການອຸປະໂພກບໍລິໂພກຂອງທະຫານສືບຕໍ່ຍູ້ແຮງການຄົ້ນຄວ້າວິທະຍາສາດ, ນຳໃຊ້ວິທະຍາສາດເຕັກໂນໂລຊີທີ່ກ້າວໜ້າ, ທັນສະໄໝ ແລະ ສືບຕໍ່ປ່ຽນໃໝ່… ເພື່ອຕອບສະໜອງການຮັບປະກັນການອຸປະໂພກບໍລິໂພກໃຫ້ກອງທັບປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາປະເທດຊາດຢ່າງມີໄຊ.