ທ່ານປະທານປະເທດ ເຈືອງເຕີ໋ນຊາ ງເຂົ້າຮ່ວມ ແລະ
ຊີ້ນຳກອງປະຊຸມຕຳຫລວດທົ່ວປະເທດ
(ພາບ:cand.com.vn)
(vovworld) – ຕອນເຊົ້າວັນທີ 29/12, ກອງປະຊຸມຕຳຫລວດທົ່ວປະເທດຄັ້ງທີ 71 ຖືກໄຂຂຶ້ນຢູ່ ຮ່າໂນ້ຍ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ເນັ້ນໜັກວ່າ: ໃນຊຸມປີຈະມາເຖິງ ສະພາບການໂລກ, ພາກພື້ນ ແລະ ພາຍໃນປະເທດ ໄດ້ສົ່ງຜົນສະທ້ອນໂດຍກົງເຖິງພາລະກິດກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ. ດັ່ງນັ້ນ ຄາດໝາຍທີ່ວາງອອກໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຫວຽດນາມ ແມ່ນຕ້ອງປັກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ຜົນປະໂຫຍດແຫ່ງຊາດ, ຊົນຊາດໄວ້ຢ່າງໝັ້ນຄົງ; ປົກປັກຮັກສາພັກ, ລັດ, ປະຊາຊົນ ແລະ ລະບອບສັງຄົມນິຍົມ; ປົກປັກຮັກສາພາລະກິດປ່ຽນໃໝ່, ຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ເຊື່ອມໂຍງເຂົ້າກັບສາກົນ. ທ່ານປະທານປະເທດ ຮຽກຮ້ອງກຳລັງຕຳຫລວດຄວນເປັນເຈົ້າການກຳແໜ້ນ, ຕີລາຄາຖືກກັບສະພາບການ; ເປັນເສນາທິການໃຫ້ພັກ, ລັດ ປະກາດໃຊ້ບັນດາແຜນນະໂຍບາຍ, ນະໂຍບາຍປົກປັກຮັກສາຜົນປະໂຫຍດ, ຄວາມສະຫງົບປອດໄພແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພສັງຄົມຢ່າງທັນການ. ພ້ອມກັນນັ້ນ, ສະກັດກັ້ນ, ພົບເຫັນ, ສູ້ຊົນເຮັດໃຫ້ທຸກກົນອຸບາຍ, ການເຄື່ອນໄຫວ “ຜັນແປສັນຕິພາບ”, ກໍ່ຄວາມວຸ້ນວາຍ, ໂຄ່ນລົ້ມບັນດາອິດທິກຳລັງທີ່ເປັນປໍລະປັກ, ປະຕິການປະລາໄຊ; ເອົາໃຈໃສ່ເປັນພິເສດເຖິງການຮັບປະກັນຄວາມປອດໄພທາງເຄືອຂ່າຍອິນເຕີແນັດ, ຮັບປະກັນຄວາມປອດໄພໃນການສື່ສານ, ປົກປັກຮັກສາຄວາມສະຫງົບປອດໄພໃຫ້ບັນດາຈຸດໝາຍສຳຄັນ, ບັນດາເຫດການການເມືອງສຳຄັນຍິງໃນປີ 2016. ທ່ານປະທານປະເທດ ໃສ່ໃຈເປັນພິເສດ ກຳລັງຕຳຫລວດປະຊາຊົນ ຄວນຕໍ່ສູ້ຢ່າງມີປະສິດທິຜົນ ກັບບັນດາປະເພດອາດຊະຍາກຳ ພິເສດແມ່ນອາດຊະຍາກຳມີການຈັດຕັ້ງ, ຂ້າມຊາດ, ນຳໃຊ້ເຕັກໂນໂລຢີສູງ, ສິ່ງແວດລ້ອມ, ອາດຊະຍາກຳເສດຖະກິດ, ການສໍ້ລາດບັງຫລວງ. ສືບຕໍ່ປະຕິບັດແນວທາງພົວພັນຕ່າງປະເທດຂອງພັກ, ລັດ ໃນຂົງເຂດລະບຽບຮຽບຮ້ອຍຢ່າງມີປະສິດທິຜົນ; ເປີດກ້ວາງການພົວພັນຕ່າງປະເທດ ແລະ ການຮ່ວມມືສາກົນໃນການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ, ປົກປັກຮັກສາຜົນປະໂຫຍດ, ຄວາມສະຫງົບປອດໄພແຫ່ງຊາດ.