ປະທານປະເທດເຈືອງເຕີນຊາງເຈລະຈາກັບນາຍົກລັດຖະມົນຕີເຢຍລະມັນ

ປະທານປະເທດເຈືອງເຕີນຊາງເຈລະຈາກັບນາຍົກລັດຖະມົນຕີເຢຍລະມັນ - ảnh 1
(ທ່ານປະທານປະເທດເຈືອງເຕີນຊາງ
ເຈລະຈາກັບນາຍົກລັດຖະມົນຕີເຢຍລະມັນ)


(vovworld) - ທີ່​ການ​ເຈ​ລະ​ຈາ​ລະ​ຫວ່າງ​ທ່ານປະ​ທານ​ປະ​ເທດ​ເຈືອ​ງ​ເຕີນ​ຊາງ​ ແລະ ທ່ານ​ນາງນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ Angela Merkel ໃນ​ຕອ​ນ​ບ່າຍ​ວັນ​ທີ 25/11, ການ​ນຳ 2 ທ່ານ​ໄດ້​ເຫັນ​ດີ​ນຳ​ກັນ​ໂດຍ​ຖື​ວ່າ, ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ມີ​ທ່າ​ແຮງ ແລະ ກົນ​ໄກ​ເສດ​ຖະ​ກິດ​​ທີ່ມີ​ລັກ​ສະ​ນະ​ໜູ​ນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ. 2 ຝ່າຍ​ເຫັນ​ດີ​​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ 2 ປະ​ເທດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ລົງ​ທຶນ, ດຳ​ເນີນ​ທຸ​ລ​ະ​ກິດ ໂດຍ​ສະ​ເພາະ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ທີ່ 2 ປະ​ເທດ​ມີ​ທ່າ​ແຮງ ແລະ ມີ​ຄວາມ​ຕ້ອງ​ການ. ​ການ​ນຳ 2 ທ່ານໄດ້ເຫັນ​ດີ​ສືບ​ຕໍ່​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ, ​ເພື່ອ​ເຮັດ​ໃຫ​້ມະ​ຫາ​ວິ​ທະ​ຍາ​ໄລ​ຫວຽດ​ນາມ - ເຢຍ​ລະ​ມັນ ໃຫ້​ກາຍ​ເປັນ​​ແຫ່ງ​ບຳ​ລຸງ​ສ້າງ ແລະ ຄົ້ນ​ຄວ້າ​ອັນ​ດັບ​ໜຶ່ງ​​ຂອງຫວຽດ​ນາມ, ບັນ​ລຸ​ມາດ​ຖານ​ສາ​ກົນ. ການ​ນຳ​ 2 ທ່າ​ນ​ໄດ້​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ບົນ​ເວ​ທີ​ປາ​ໄສ​ຫຼາຍ​ຝ່າຍ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ. ທ່ານ​​ນາງນາ​ຍົກ​ລັດ​ຖະ​ມົນ​ຕີ Angela Merkel ຢືນ​ຢັນ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ເພີ່ມ​ທະ​ວີ​​ການ​ພົວ​ພັນກັບ​ສະ​ຫະ​ພາບ​ເອີ​ລົບ (EU), ໃນ​ນັ້ນ​ມີ​ເລື່ອງ​ຊຸກ​ຍູ້​ການ​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ​ຫວຽດ​ນາມ - EU (EVFTA) ແລະ EU ຮັບ​ຮອງ​ເ​ອົາກົດ​ລະ​ບ​ຽບ​ການ​ຕະ​ຫຼາດ​ຂອງ​ຫວຽດ​ນາມ ໂດຍ​ໄວ.

      ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Angela Merkel ຢືນ​ຢັນ​ວ່າ, ເຢຍລະ​ມັນ ສະ​ໜັບ​ສະ​ໜູນ​ຫຼັກ​ໝັ້ນ​​ເປັນ​ທຳຂອງ​ຫວຽດ​ນາມ ແລະ ອາ​ຊຽນ ໃນ​ການ​ແກ້​ໄຂ​ບັນ​​ຫາ​ທະ​ເລ​ຕາ​ເວັນ​ອອກ ໂດ​ຍ​ສັນ​ຕິ​ວິ​ທີ, ເໝາະ​ສ​ົມ​ກັບ​ກົດ​ໝາຍ​ສ​າ​ກົນ, ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) ​ປີ 1982 ແລະ ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າ​ຍ​ຕ່າງ​ໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC).

      ແລະ​ກໍ​ໃນ​ຕອນ​ບ່​າຍ​ວັນ​ທີ 25/11, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ມີ​ການ​ເຮັດ​ວຽກກັບ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ເຢຍ​ລະ​ມັນ Frank Walter Steinmeier.

      ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ​ພ້ອມ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງເຢຍ​ລະ​ມັນ ແລະ ຫວຽດ​ນາມ ​ໄດ້ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ໃນ​ບັນ​ດາ​ເອ​ກະ​ສານ​ຮ່ວມ​ມື.

ຂ່າວ/ບົດ​ອື່ນ