ປະທານປະເທດເຈືອງເຕີນຊາງເປັນປະທານກອງປະຊຸມຄັ້ງທີ19ຂອງຄະນະຊີ້ນຳການປະຕິຮູບຕຸລາການສູນກາງ
(ພາບ: TH)
|
(vovworld) – ວັນທີ 14/3, ຢູ່ ຮ່າໂນ້ຍ, ຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ໄດ້ດຳເນີນວາລະປະຊຸມຄັ້ງທີ 19 ເພື່ອຮັບເອົາຄຳເຫັນປະກອບຂອງຄະນະຊີ້ນຳກ່ຽວກັບບາງຮ່າງກົດໝາຍສຳຄັນກ່ຽວຂ້ອງເຖິງການເຄື່ອນໄຫວຂອງບັນດາອົງການຕຸລາການ, ເຊິ່ງລວມມີ: ປະມວນກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ (ສະບັບປັບປຸງ), ກົດໝາຍວ່າດ້ວຍການຈັບຕົວ, ກັກຂັງຊົ່ວຄາວ, ກົດໝາຍວ່າດ້ວຍການດຳເນີນຄະດີບໍລິຫານ (ສະບັບປັບປຸງ), ກົດໝາຍວ່າດ້ວຍອົງການສືບສວນຄະດີອາຍາ. ທ່ານປະທານປະເທດ ເຈືອງເຕີນຊາງ, ຫົວໜ້າຄະນະຊີ້ນຳການປະຕິຮູບສູນກາງ ເປັນປະທານກອງປະຊຸມ. ເມື່ອປະກອບຄຳເຫັນກ່ຽວກັບບັນດາຮ່າງກົດໝາຍ, ບັນດາສະມາຊິກຂອງຄະນະຊີ້ນຳເນັ້ນໜັກວ່າ: ນີ້ແມ່ນບັນດາຮ່າງກົດໝາຍສຳຄັນທີ່ສຸດ. ທ່ານປະທານປະເທດ ເຈືອງເຕີນຊາງ ໃສ່ໃຈເລື່ອງປັບປຸງ, ເພີ່ມເຕີມ, ປະກາດໃຊ້ບັນດາກົດໝາຍສະບັບໃໝ່ຕ້ອງແນໃສ່ຈຸດໝາຍຫັນແຜນນະໂຍບາຍ, ແນວທາງຂອງພັກ ແລະ ລັດເປັນລະອຽດ, ພິເສດຮັບປະກັນໃຫ້ມັນເໝາະສົມກັບບັນດາມະຕິ ແລະ ຂໍ້ສະຫລຸບຂອງກົມການເມືອງກ່ຽວກັບຍຸດທະສາດປະຕິຮູບຕຸລາການ ແລະ ເນື້ອໃນຈິດໃຈຂອງລັດຖະທຳມະນູນປີ 2013. ກ່ຽວກັບບັນດາຄວາມແຕກຕ່າງກັນໃນແຜນຮ່າງຕ່າງໆ, ທ່ານປະທານປະເທດ ຖືວ່າ: ບັນດາສະມາຊິກຂອງຄະນະຊີ້ນຳ, ບັນດາອົງການໄດ້ຮັບມອບໝາຍເປັນປະທານແຜນຮ່າງຕ້ອງເປັນເຈົ້າການ, ປຶກສາຫາລືຢ່າງລະອຽດ, ອີງໃສ່ພື້ນຖານທິດສະດີ ແລະ ພຶດຕິກຳຕົວຈິງເພື່ອໃຫ້ບັນດາຮ່າງກົດໝາຍໄດ້ຮັບການກໍ່ສ້າງ, ປັບປຸງໃນຄັ້ງນີ້ສາມາດແກ້ໄຂໄດ້ບັນດາສິ່ງຄົງຄ້າງ, ຕິດຂັດໃນວິວັດການນຳໃຊ້ກົດໝາຍ ແລະ ການເຄື່ອນໄຫວດຳເນີນຄະດີ, ເໝາະສົມກັບທ່າອ່ຽງເຊື່ອມໂຍງກັບສາກົນ ແລະ ບັນດາສົນທິສັນຍາສາກົນເຊິ່ງ ຫວຽດນາມ ໄດ້ເຂົ້າຮ່ວມ ຫຼື ພວມປຶກສາຫາລື.