ປະທານປະເທດເຈືອງເຕີ໋ນຊາງເຮັດວຽກຢູ່ແຂວງດັກນົງ

ປະທານປະເທດເຈືອງເຕີ໋ນຊາງເຮັດວຽກຢູ່ແຂວງດັກນົງ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ໄດ້​ລົງ​
ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ດັກ​ນົງ)

(vovworld) -  ​ ​ໂດຍ​ສືບ​ຕໍ່​ການ​ປະຕິບັດ​ງານ​ຢູ່​ບັນ​ດາ​​ແຂວງ​ຊາຍ​ແດນ​ທາງ​ທິດ​ໃຕ້ເຂດ​ໄຕ​ງວຽນ​, ວັນ​ທີ 19/03, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ດັກ​ນົງ.

        ​ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຕີ​ລາຄາ​ສູງ​ສະພາບ​ການຮັບປະກັນ​ຄວາ​ເປັນ​ລະບຽບ​ຮ້ຽບຮ້ອຍ​ການປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບຢູ່​ເຂດ​ຊາຍ​ແດນ, ຈັດ​ຕັ້ງ​ຊີວິດ​ການ​ເປັນ​ຢູ່​ໃຫ້​​ແກ່ປະຊາຊົນ, ບູລະນະ​ລະບົບ​ການ​ເມືອງ​ຢູ່​ພື້ນຖານ; ກ້າວໜ້າ​ໃນ​ການ​ຜະລິດ​ບັນ​ດາ​ປະ​​ເພດ​ສິນຄ້າ​ທີ່​ມີ​ທ່າ​ແຮງ​ໃນ​ການ​ສົ່ງ​ອອກ…ທ່າ​ນປະທານ​ປະ​ເທດສະ​ເໜີ ດັກ​ນົງ ​ແກ້​ໄຂ​ບັນຫາ​ຊາວ​ອົບ​ພະຍົບ​ເສລີ​ໂດຍ​ໄວ, ວາງ​ແຜນຜັງ​ຊຸມ​ຊົມ​ໃນ​ເຂດ​ຊາຍ​ແດນສົມທົບ​ກັບ​ການລົບ​ລ້າງຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ເນັ້ນ​ໜັກ​ວ່າ​ ຄະນະ​ພັກ ດັກ​ນົງ ທຸກ​ຂັ້ນ ຄວນ​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ຮຽກຮ້ອງຕ້ອງການ​ທີ່ສຳຄັນ​ຂອງ​ອາຍຸ​ການ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ​​ນັ້ນແມ່ນ​ເຊື່ອມ​ໂຍງ​ສຳ​ເລັດ​ຜົນ, ບໍ່​ພຽງ​ແຕ່​ດ້ານ​ເສດຖະກິດ​ເທົ​່ານັ້ນ ຫາກ​ຍັງ​ຮອບດ້ານ​ອີກ​ດ້ວຍ, ທ່ານ​ປະທານ​ປະ​ເທດ​ຮຽກ​ຮ້ອງ​ບັນດາ​ພະນັກງານ, ສະມາຊິກ​ພັກ​ຕ້ອງ​ມານະ​ພະຍາຍາມຮຳ​ຮຽນ​ເອົາ​ຄວາມ​ຮູ້ ​ເພື່ອ​ຊີ້​ນຳ​ນຳ​ພາ​​ໃຫ້​ດີ; ບໍ່​​ໃຫ້ຖອຍຫຼັງ. ພ້ອມ​ກັບ​ການ​ຍົກ​ສູງ​ຄຸ​ນນະພາ​ບການ​ດຳ​ເນີນ​ຊີວິດ​ຂອງ​ໜ່ວຍພັກ, ດັກ​ນົງ ຄວນ​ຄຸ້ມ​ຄອງ​​ເສັ້ນ​ຊາຍແດນ, ປະຕິບັດ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ກັບ ກຳປູ​ເຈຍ ​ໃຫ້​ດີ.

ຂ່າວ/ບົດ​ອື່ນ