ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ
ພົບປະກັບຄະນະຜູ້ແທນອະດີດນັກຮົບເກົ່າໂຊວຽດ
(ພາບ: TTXVN)
(vovworld) - ວັນທີ 4/12, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ມີການພົບປະຢ່າງສະໜິດສະໜົມກັບຄະນະຜູ້ແທນອະດີດນັກຮົບເກົ່າໂຊວຽດລວມມີ 30 ຄົນ, ເຊິ່ງອະດີດເປັນທີ່ປຶກສາ, ຜູ້ຊ່ຽວຊານທີ່ມີການອຸທິດສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດຂອງຫວຽດນາມ ໃນໄລຍະ 40 ປີກ່ອນນີ້. ບັນດາຜູ້ແທນທີ່ຕາງໜ້າໃຫ້ນັກຮົບເກົ່າລັດເຊຍ, ອູແຫຼນ, ເບລາຣຸດ ໄດ້ຫວນຄືນໄລຍະທາງທີ່ພ້ອມກັນທະຫານ, ປະຊາຊົນຫວຽດນາມ ຮຽງບ່າຮຽງໄຫຼ່ຕໍ່ສູ່ປົດປ່ອຍຍາດເອົາເອກະລາດ ແລະ ເນັ້ນໜັກວ່າ ນີ້ແມ່ນໜ້າທີ່ອັນສູງສົ່ງ ແລະ ແມ່ນຄວາມເປັນກຽດໃນພາລະກິດການທະຫານຂອງແຕ່ລະຄົນ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ, ໃນການສູ້ຮົບທີ່ພິລະອາດຫານ, ມີລັກສະນະເປັນບາດລ້ຽວຕັດສິນ, ນຳມາເຊິ່ງໄຊຊະນະຢ່າງສົມບຸນໃຫ້ແກ່ຫວຽດນາມ, ໄດ້ມີການປະກອບຢ່າງໃຫຍ່ຫຼວງຂອງນັກຮົບເກົ່າໂຊວຽດ. ຍາມໃດປະຊາຊົນຫວຽດນາມ ກໍຈົດຈຳ, ຮູ້ບູນຄຸນການຊ່ວຍເຫຼືອຂອງນັກຮົບເກົ່າ, ຄວາມສາມັກຄີຂອງຫວຽດນາມ ກັບບັນດາເຜົ່າລັດເຊຍ, ເບລາຣຸດ ແລະ ອູແກຼນ. ທ່ານປະທານປະເທດ ເຈືອງເຕີນຊາງ ເຊື່ອໝັ້ນວ່າ ບັນດານັກຮົບເກົ່າໂຊວຽດ ຈະມີບັນດາການປະກອບສ່ວນຢ່າງແທດຈິງໃນປະຈຸບັນ, ເພື່ອຍົກການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງຫວຽດນາມ ກັບບັນດາປະເທດໃນໂລກ.