ປະທານປະເທດແລະຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນ

ປະທານປະເທດແລະຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ແລະ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: VGP/Từ Lương)


(vovworld) – ​ຕອນ​ບ່າຍ​ວັນ​ທີ 14/1, ຢູ່​ສຳນັກງານ​ປະ​ທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ເປັນ​ປະທານ​ກອງ​ປະຊຸມ​ສະຫລຸບການ​ປະຕິບັດ​ກົດ​ລະບຽບ​ສົມທົບ​ວຽກ​ງານ​ລະຫວ່າງ​ປະທານ​ປະ​ເທດ ​ແລະ ຄະນະ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ປີ 2013.

    ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ໃຫ້​ຫ້ອງ​ວ່າການ​ປະທານ​ປະ​ເທດ ​ແລະ ຄະນະ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ສືບ​ຕໍ່​ປ່ຽນ​ໃໝ່​ວຽກງານ​ສົມທົບ​ກັນ​ໃນ​ຂອບ​ເຂດ​ໜ້າ​ທີ່​ລະບຸ​ໄວ້​ໃນ​ລັດຖະທຳ​ມະນູນ​ເພື່​ອ​ແກ້​ໄຂ​ຄວາມ​ມຸ້ງ​ມາ​ດປາດ​ຖະໜາ, ຂໍ້​ສະ​ເໜີ​ຂອງ​ປະຊາຊົນ​ຢ່າງ​ທັນ​ການ. ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ: 2 ອົງການ​ຄວນ​ມີ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ, ພິ​ເສດ​ແມ່ນ​ເປັນ​ເຈົ້າ​ການຈັດ​ຕັ້ງ​ກອງ​ປະຊຸມ​ຫົວ​ເລື່ອງ​ສະ​ເພາະ​ຕ່າງໆ ​ແລກປ່ຽນ ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ບັນດາ​ບັນຫາ​ເຄັ່ງຮ້ອນ​ຂອງ​ສັງຄົມ​. ທ່ານ​ປະທານ​ປະ​ເທ​ດ ​ເຈືອງ​ເຕີນ​ຊາງ ຖື​ວ່າ: ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຄວນ​ສືບ​ຕໍ່​ເສີມ​ຂະຫຍາຍ​ກົນ​ໄກ​ຕິດຕາມ​ກວດກາ​ໄຈ້​ແຍກ, ຕີ​ລາຄາສັງຄົມ. ນີ້​ແມ່ນ​ພື້ນຖານ​ສຳຄັນ​ເພື່ອ​ໃຫ້​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ບັນດາ​ຫົວໜ່ວຍ, ບຸກຄົນ ພ້ອມ​ກັນ​ເຂົ້າ​ຮ່ວມການ​ຕິດຕາ​ມກວດກາ​ປະກອບສ່ວນ​ສ້າງສາ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບມີ​ປະຊາທິປະ​ໄຕ.

    ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກໍ່ຖື​ວ່າ 2 ຝ່າຍ​ຄວນ​ສືບ​ຕໍ່​ສົມທົບ​ກັນ​ແກ້​ໄຂ​ບັນດາ​ບັນຫາ​ເຊິ່ງສັງຄົມ​ພວມ​ວາງ​ອອກ​ຢ່າງ​ມີ​ປະສິດທິຜົນຄື: ຍຸ້​ການ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ ​ໃຫ້​ຖອຍ​ໄປ, ຮັບປະກັນ​ຊີວິດ​ສັງຄົມ, ຮັບປະກັນ​ຄວາມ​ສະຫງົບ, ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ພັກ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ.

 


ຂ່າວ/ບົດ​ອື່ນ